ອົງການປົກຄອງແຂວງອັດຕະປື ເຊັນບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດ ພົນມີໄຊກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເພື່ອສຶກສາສໍາຫລວດຄວາມເປັນໄປໄດ້ ໂຄງການຟື້ນຟູປ່າໄມ້ ດ້ວຍການປູກໄມ້ອຸດສາຫະກຳ ແລະ ໄມ້ໃຫ້ໝາກ ໃນເນື້ອທີ່ດິນ 100 ເຮັກຕາ ຢູ່ເຂດບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 6 ມັງກອນ 2025 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ຕາງໜ້າລົງນາມໂດຍທ່ານ ນິດສາ ມຽງລາວັນ ຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງອັດຕະປື ແລະ ທ່ານ ວິລະພົນ ອິນທິສານ ຜູ້ອໍານວຍການບໍລິສັດ ພົນມີໄຊກໍ່ສ້າງຄົບວົງຈອນ ແລະ ຂາເຂົ້າ-ຂາອອກ ຈຳກັດ ຜູ້ດຽວ, ມີພະແນກການທີ່ກ່ຽວຂ່ອງຂອງທັງສອງຝ່າຍເຂົ້າຮ່ວມ.
ການເຊັນບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ ເພື່ອພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງອັດຕະປື ໃຫ້ມີການຂະຫຍາຍຕົວ ທັງເປັນການພັດທະນາວຽກງານກະສິກໍາພາຍໃນແຂວງ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ພ້ອມນີ້, ກໍເພື່ອຟື້ນຟູປ່າໄມ້ ດ້ວຍການປູກໄມ້ອຸດສາຫະກຳ ແລະ ໄມ້ໃຫ້ໝາກ ໃນເນື້ອທີ່ດິນ 100 ເຮັກຕາ ຢູ່ເຂດບ້ານພອນມະນີ ເມືອງສະໜາມໄຊ ໃຫ້ມີການຂະຫຍາຍຕົວ ແລະ ຍືນຍົງ.
ຂ່າວ: ສິດຕິພອນ




