ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນຂອງການປະກວດນັກຮ້ອງສຽງດີ ປະຈຳປີ 2025 ຂອງສວນພຶກສາ

Jan 7, 2025

ຜົນຂອງການປະກວດນັກຮ້ອງສຽງດີ ປະຈຳປີ 2025 ຜົນປາກົດວ່າໝາຍເລກ 6 ນາງ ຈັນພອນ ຊົງໃຈຍົ້ວ ຄວ້າຕຳແໜ່ງນັກຮ້ອງສຽງດີປະຈຳປີ 2025 ຂອງສວນພຶກສາໄປຄອງ ດ້ວຍນຳສຽງທີ່ຊົງພະລັງ ແລະ ມີຄວາມອອນຊອນໃນນຳສຽງ ຈຶ່ງຍາດໄດ້ຕຳແໜ່ງດັ່ງກ່າວ ໝາຍເລກ 13 ທ້າວ ກ້ອງເມັ້ງ ທ່າວ ຍາດໄດ້ຮອງຊະນະເລີດ ແລະ ໝາຍເລກ 19 ທ້າວ ຢົງລູເຮີ່ ລຽວເຊີ ຍາດໄດ້ຮອງຊະນະເລີດນັກຮ້ອງສຽງດີປະຈຳປີ 2025.
ພິທີປະກາດຜົນການຄັດເລືອກ ແລະ ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນໃນວັນ ທີ 5 ມັງກອນ 2025 ທີ່ສວນພຶກສາ ໂດຍມີ ທ່ານ ຈະເລີນ ເຢ່ຍປາວເຮີ ຮອງປະທານສະພາແຫ່ງຊາດ ມີທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ພູວົງ ພະມີສິດ ປະທານຮ້ານຄຳພູວົງ ແລະ ເຈົ້າຂອງສວນພຶກສາ ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າເມືອງນາຊາຍທອງ ຄະນະກຳມະການ ແລະ ມ່ວນຊົນເຂົ້າຮ່ວມ.