ປັດຈຸບັນ ກະສິກອນ ໃນທົ່ວແຂວງຄຳມ່ວນ ປູກເຂົ້ານາແຊງໄດ້ 3.399 ເຮັກຕາ ເທົ່າກັບ 24% ຂອງຈໍານວນເນື້ອທີ່ແຜນການທັງໝົດ ຊຶ່ງນາຫວ່ານປະຕິບັດໄດ້ 2.560 ເຮັກຕາ ເທົ່າກັບ 18% ຂອງຈໍານວນເນື້ອທີ່ແຜນການທັງໝົດ ແລະ ນາດໍາປະຕິບັດໄດ້ 839 ເຮັກຕາ ເທົ່າກັບ 6% ຂອງຈໍານວນເນື້ອທີ່ແຜນການທັງໝົດ ໃນນີ້, ໄດ້ຕົກກ້າໝົດແນວເຂົ້າປູກ 686 ໂຕນ ເທົ່າກັບ 60% ຂອງຈໍານວນແນວເຂົ້າປູກທັງໝົດ.
ອີງຕາມຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນການປູກເຂົ້າລະດູແລ້ງ ສົກປີ 2024-2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າ 14.186 ເຮັກຕາ, ຄາດຄະເນຜົນຜະລິດ 78.896 ເຮັກຕາ, ຄາດຄະເນແນວປູກ 1.135 ໂຕນ ໃນນີ້, ເນື້ອທີ່ແຜນການປູກເຂົ້າ ເພື່ອເປັນສະບຽງອາຫານ 4.696 ເຮັກຕາ, ຄາດຄະເນຜົນຜະລິດ 25.840 ໂຕນ, ເນື້ອທີ່ແຜນການປູກເຂົ້າ ເພື່ອເປັນສິນຄ້າ 9.490 ເຮັກຕາ, ຄາດຄະເນຜົນຜະລິດ 53.056 ໂຕນ.
ຜ່ານການຈັດຕັ້ງປະຕິບັດ ເນື້ອທີ່ແຜນການປູກເຂົ້າ ເພື່ອເປັນສະບຽງອາຫານ ປັດຈຸບັນ ສາມາດປັກດໍາໄດ້ 1.138 ເຮັກຕາ ເທົ່າກັບ 24% ຂອງເນື້ອທີ່ແຜນການ, ເນື້ອທີ່ປູກເຂົ້າ ເພື່ອເປັນສິນຄ້າປະຕິບັດໄດ້ 2.261 ເຮັກຕາ ເທົ່າກັບ 24% ຂອງເນື້ອທີ່ແຜນການ.
ສໍາລັບເມືອງທີ່ມີເນື້ອທີ່ປູກເຂົ້າລະດູແລ້ງ ຫລາຍກວ່າໝູ່ພາຍໃນແຂວງຄໍາມ່ວນ ມີ: ເມືອງໜອງບົກ, ເຊບັ້ງໄຟ, ຍົມມະລາດ, ຫີນບູນ ແລະ ເມືອງມະຫາໄຊ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ



