ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງພຽງ ເປັນເມືອງທໍາອິດຂອງແຂວງໄຊຍະບູລີ ທີ່ຈະດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ

Jan 8, 2025

ເມືອງພຽງ ເປັນເມືອງທໍາອິດຂອງແຂວງໄຊຍະບູລີ ທີ່ຈະດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ເຊິ່ງຄັ້ງນີ້ເປັນຄັ້ງທີ IX. ປັດຈຸບັນ ທົ່ວເມືອງພວມສຸມໃສ່ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມດັ່ງກ່າວ.
ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງພຽງ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນໄລຍະຜ່ານມາຄະນະພັກ, ອົງການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ນໍາພາສະມາຊິກພັກ, ພະນັກງານລັດຖະກອນ ແລະ ປະ ຊາຊົນບັນດາເຜົ່າປົກປັກຮັກສາ ແລະ ພັດທະນາເມືອງພຽງໃຫ້ມີການພັດທະນາ ເຮັດໃຫ້ເມືອງພຽງມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບຕໍ່ມີ ການຂະຫຍາຍຕົວ ຢ່າງຕໍ່ເນື່ອງໃນລະດັບ 6,9% ຕໍ່ປີ; ການສົ່ງເສີມການສົ່ງອອກສິນຄ້າປະຕິບັດໄດ້ 931,32 ຕື້ກີບ, ທຽບໃສ່ປີ 2019 ເພີ່ມຂື້ນ 184% ລື່ນແຜນການ 158%, ສ່ວນການຄຸ້ມຄອງການນໍາເຂົ້າສິນຄ້າ ປະຕິບັດໄດ້ 821,77 ຕື້ກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 164% ສະເລ່ຍ 14% ຕໍ່ປີ.
ພ້ອມນີ້, ສາມາດລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ 281 ຕື້ກີບ ເພື່ອຈັດ ຕັ້ງປະຕິບັດ 93 ໂຄງການ ທຽບໃສ່ແຜນການ ເທົ່າກັບ 60% ໃນນີ້: ທຶນຂອງລັດ ກວມເອົາ 6,6%, ທຶນຊ່ວຍເຫຼືອທາງການເພື່ອ ການພັດທະນາ ກວມເອົາ 15,7%, ທຶນຂອງເອກະຊົນ ພາຍໃນ ແລະ ຕ່າງປະເທດ ກວມເອົາ 71%, ທຶນ ອື່ນໆ ກວມເອົາ 3%. ດ້ານວັດທະນະທໍາສັງຄົມກໍໍໄດ້ຮັບການພັດທະນາເປັນກ້າວໆ, ໄດ້ສຸມໃສ່ພັດທະ ນາຂະແໜງການສຶກສາຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາແຫ່ງ ຊາດໂດຍຖືເອົາຄຸນນະພາບການຮຽນ-ການສອນເປັນຕົ້ນຕໍຖືເອົາວຽກງານອະນາ ໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ການປິ່ນປົວ ແລະ ສະໜອງການບໍລິການຮັກສາສຸຂະພາບຂອງປະຊາຊົນເປັນສໍາຄັນ, ໄດ້ສຸມໃສ່ຈັດຕັ້ງປະຕິບັດ 11 ຕົວຊີ້ວັດ ບັນລຸ 100%, ຊຸກຍູ້ຊຸມຊົນເປັນເຈົ້າດ້ານສຸຂະອະນາໄມບັນລຸ 100%.
ນອກຈາກນີ້ ໄດ້ສຳເລັດປະກາດເປັນເມືອງຢຸດຕິການຖ່າຍຊະຊາຍໃນປີ 2023 .ວັດທະນະທໍາ, ມູນເຊື້ອປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າ ອັນພົ້ນເດັ່ນການສ້າງຄອບຄົວ ແລະ ບ້ານວັດທະນະທໍາກວມເອົາ 96,07 % ສ້າງກົມກອງວັດທະນະທໍາໄດ້ 100%, ສ້າງໜຶ່ງເມືອງ ໜຶ່ງເທດສະການວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ອົງຄະນະພັກເມືອງຂອງພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ, ສາມາດເຮັດໃຫ້ຄອບຄົວທຸກຍາກ ແລະ ບ້ານທຸກຍາກຫຼຸດລົງ, ມີຄອບຄົວ ແລະ ບ້ານພັດທະນາເພີ່ມຂຶ້ນ. ວຽກງານ 3 ສ້າງໄດ້ແບ່ງຂັ້ນຄຸ້ມຄອງ ລະ ຫວ່າງ ເມືອງ ແລະ ບ້ານສອດ ຄ່ອງກັບເງື່ອນໄຂຕົວຈິງ, ດຳເນີນການປັບປຸງການຈັດຕັ້ງຕາມທິດກະທັດຮັດ ມີປະສິດທິພາບ ໄປພ້ອມກັບການສ້າງບ້ານເປັນຫົວ ໜ່ວຍພັດທະນາຕາມ 4 ດ້ານບັນລຸແລ້ວ 73%, ປະເມີນເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ ບັນລຸແລ້ວ 89%.
ສໍາລັບ ເມືອງພຽງ ຕັ້ງຢູ່ຫ່າງຈາກເທດສະບານແຂວງ ທາງທິດໃຕ້ 52 ກິໂລແມັດ, ມີເນື້ອທີ່ທັງໝົດ 2.826 ກິໂລຕາແມັດ, ປະກອບມີ 51 ບ້ານ, ມີ 1.011 ໜ່ວຍຄຸ້ມຄອງ, ມີ 11.896 ຄອບຄົວ, ມີພົນລະເມືອງທັງໝົດ 65.208 ຄົນ, ຍິງ 31.709 ຄົນ.
ຂໍ້ມູນຈາກ: ນັກຂ່າວແຂວງໄຊຍະບູລີ
May be an image of 1 person and text