ເມື່ອບໍ່ດົນມານີ້, ທ່ານ ນາງ ຄໍາສອນ ວົງຊະນະ ສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ປະຈໍາເຂດເລືອກຕັ້ງເມືອງມະຫາໄຊ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ນໍາເອົາລົດຖີບມາມອບໃຫ້ກັບ 3 ໂຮງຮຽນ ຢູ່ເມືອງມະຫາໄຊ.
ລົດຖີບດັ່ງກ່າວ ໄດ້ຮັບການສະໝັບສະໝູນຈາກ ມູນນິທິຈີນ ເພື່ອພັດທະນາຊົນນະບົດໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ, ມີຄວາມຈໍາເປັນ ແລະ ຂາດເຂີນ ເພື່ອນໍາໄປມອບໃຫ້ 3 ໂຮງຮຽນ ເຊິ່ງມີຈໍານວນ 11 ຄັນ. ໃນນີ້ ມີໂຮງຮຽນປະຖົມ ບ້ານກະວະ 5 ຄັນ, ໂຮງຮຽນປະຖົມ ບ້ານ ນາກອກ 4 ຄັນ ແລະ ໂຮງຮຽນປະຖົມບ້ານນາກຽວ 2 ຄັນ.





