ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມຄືບໜ້າການກວດກາສະພາບດິບຍຸບຕົວຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ

Jan 8, 2025

ຕາມການລາຍງານຂອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຄໍາມ່ວນ ຕໍ່ສື່ມວນຊົນແຂວງ ໃນວັນທີ 7 ມັງກອນ 2025 ກ່ຽວກັບຄວາມຄືບໜ້າການຕິດຕາມກວດກາ ສະຖານທີ່ເກີດດິນຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ ນອນໃນເຂດສໍາປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ໃນເນື້ອທີ່ 179.8 ກມ2 ຫຼື 17,980 ເຮັກຕາ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ວ່າ: ປະຈຸບັນຄະນະທີມງານຕິດຕາມກວດກາ ຮູເຈາະສໍາຫຼວດ, ວັດແທກ ອຸບມົງໃຕ້ດິນ ແລະ ສະຖານທີ່ເກີດດິນຍຸບຕົວ ໄດ້ສຳເລັດການວັດແທກອຸມົງໃຕ້ດິນ, ສຳເລັດການຖົມດິນອັດຂຸມດິນຍຸບຕົວ ແລະ ຕິດຕັ້ງເຄື່ອງເຈາະຈຳນວນ 2 ເຄື່ອງ ແລະ ໄດ້ເລີ່ມດໍາເນີນການຊີເຈາະ ເຊິ່ງເຄື່ອງເຈາະທີ 1 ເຈາະຮອດລະດັບ 10 ແມັດ ແລະ ເຄື່ອງທີ 2 ເຈາະຮອດລະ ດັບ 20 ແມັດ ເພື່ອສຶກສາເບິ່ງໂຄງສ້າງຂອງດິນ ແລະ ຊອກຫາສາເຫດຂອງການເກີດດິນຍຸບຕົວ. ພາກໜ້າດິນ: ໄດ້ສໍາເລັດການ ສ້າງຈຸດ BM ຢູ່ໃນເຂດສໍາປະທານຂອງບໍລິສັດ ຈໍານວນ 5 ຈຸດ, ສ້າງຮົ້ວກັ້ນເພື່ອປ້ອງກັນຄົນ ຫຼື ສັດ ເຂົ້າໄປໃນບໍລິສັດເວນດິນຍຸບ, ສ້າງຈຸດຕິດຕາມກວດກາການເໜັງຕິງຂອງໜ້າດິນທັງໝົດ 8 ຈຸດ (CJ1 ເຖິງ CJ8) ອ້ອມຮອບບໍລິເວນທີ່ມີສະພາບດິນຍຸບຕົວ; ໄດ້ສໍາເລັດການອັດຖົມດິນຄືນຈຸດດິນຍຸບຕົວ ແລະ ປັບພື້ນທີ່ໃຫ້ເປັນສະພາບໄຮ່ນາຄືນແລ້ວ.
ນອກນີ້, ຍັງໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານແກ້ໄຂ ແລະ ແຜນວຽກກວດສອບຫາສາເຫດດິນຍຸບຕົວໃນຕໍ່ໜ້າ ໂດຍມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ອໍານາດການປົກຄອງ ບ້ານ ພ້ອມດ້ວຍຕາງ ໜ້າບໍລິສັດເຂົ້າຮ່ວມ.
ສະພາບດິນຍຸບຕົວຢູ່ໃນໄຮ່ນາບ້ານປາກເປັ່ງ, ເມືອງ ທ່າແຂກ ໃນເດືອນ ທັນວາ 2024 ແມ່ນ ນອນໃນເຂດສໍາປະທານຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ ແຮ່ ຈຳກັດ, ອີງຕາມຄໍາເຫັນການກວດສອບເບື້ອງຕົ້ນ ຈຸດທີ່ດິນຍຸບຕົວໃນໄຮ່ນາປະຊາຊົນ ແມ່ນຢູ່ຈຸດທີ່ຍັງບໍ່ທັນໄດ້ຂຸດຄົ້ນແຮ່ໃຕ້ດິນ. ສໍາລັບຂ່າວລືທີ່ວ່າ: “ລັດຖະບານໃຫ້ບໍລິສັດ ອາຊີ-ໂປ ຕາສ ສາກົນ (ລາວ) ຢຸດຕິກິດຈະກຳການຂຸດຄົ້ນ ” ແມ່ນບໍ່ມີມູນຄວາມຈິງ.
ນັບແຕ່ເກີດສະພາບການດິນຍຸບສອງຄັ້ງຜ່ານມາ ການຈັດ ຕັ້ງພາກລັດ, ທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ໃກ້ຊິດຕິດແທດຊີ້ນໍາ ດ້ວຍດີຕະຫຼອດມາ ໂດຍສະ ເພາະອົງການປົກຄອງແຂວງ ຄໍາມ່ວນ ແລະ ໜ່ວຍງານວິຊາສະ ເພາະໄດ້ຈັດຕັ້ງປະຕິບັດວຽກງານ ກວດກາຊອກຫາສາເຫດຢ່າງຕັ້ງໜ້າ ແລະ ໃນວັນດຽວກັນ ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງ ຄໍາມ່ວນ ພ້ອມດ້ວຍພະແນກການກ່ຽວຂ້ອງ ໄດ້ເຄື່ອນ ໄຫວຊຸກຍູ້ຕິດຕາມຄວາມຄືບໜ້າການດໍາເນີນງານຊີເຈາະສໍາຫຼວດເພື່ອຊອກຫາສາເຫດດິນຍຸບຕົວ ຢູ່ບໍລິເວນບ່ອນເກີດດິບຍຸບຕົວ (ພາກສະໜາມ) ແລະ ມີຄໍາເຫັນຊີ້ນໍາພາກສ່ວນກ່ຽວ ຂ້ອງໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດດ້ານຫຼັກວິຊາການ, ດ້ານເຕັກນິກຕ່າງໆ ເພື່ອຊອກຫາສາເຫດລະອຽດການເກີດສະພາບດິນຍຸບຕົວ ແລະ ນໍາສະເໜີຕໍ່ປະຊາຊົນກໍ່ຄືສັງຄົມໃຫ້ຮັບຮູ້ໂດຍໄວ, ຫວັງວ່າບໍລິສັດຈະສົມທົບອຳນວຍຄວາມສະດວກແກ່ພາກລັດ, ສໍາລັບອົງການປົກຄອງບ້ານໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ ໃນເຂດໃກ້ຄຽງຮັບຮູ້ ແລະ ເຂົ້າໃຈຕໍ່ເຫດການດັ່ງກ່າວ.
ທີ່ມາ:khammouanenews.