ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ແຜນ ການປີ 2025 ໃນວັນທີ 8 ມັງກອນນີ້ ທີ່ຫ້ອງປະຊຸມຂອງສະພາທິດສະດີສູນກາງພັກ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາ ສະພາທິດສະດີສູນກາງພັກ (ສທພ), ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ – ສັງຄົມແຫ່ງຊາດ ຮອງປະທານ ສທພ, ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານ ສທພ, ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ບັນດາສະຫາຍຄະນະປະຈໍາສະພາທິດສະດີສູນກາງພັກ, ບັນນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ, ໃນວາລະ ສະຫາຍ ຄຳພັນ ເຜີຍຍະວົງ ກ່າວວ່າ: ພວກເຮົາຈັດຕັ້ງດຳເນີນກອງປະຊຸມສະຫຼຸບປະຈຳປີ 2024 ເພື່ອຕີລາຄາລວມສະພາບການເຄື່ອນໄຫວວຽກງານຕ່າງໆໝົດປີ 2024 ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈຳປີ 2025 ຊຶ່ງເປັນໄລຍະທ້າຍສະໄໝ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ.
ໂດຍພາຍໃຕ້ການນຳພາໂດຍກົງຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ; ສະພາທິດສະດີສູນກາງພັກໄດ້ປະຕິບັດພາລະບົດບາດ ເປັນໃຈກາງໃນການຈັດຕັ້ງດຳເນີນວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ, ປະກອບສ່ວນອັນສຳຄັນໃຫ້ແກ່ວຽກງານແນວຄິດ, ທິດສະດີຂອງພັກເຮົາ, ປະກອບສ່ວນໃນການເສີມຂະຫຍາຍລັດທິມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ. ບົນພື້ນຖານນັ້ນ, ເຫັນໄດ້ວ່າຕະຫຼອດໄລຍະຜ່ານມາ, ຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ພາລະບົດບາດຂອງສະພາທິດສະດີສູນກາງພັກ ໄດ້ມີຜົນງານຫຼາຍດ້ານທີ່ເປັນການປະກອບສ່ວນໃຫ້ແກ່ການປັບປຸງ ແລະ ບູລະນະແນວທາງຂອງພັກກໍຄືໃນການເສີມຂະຫຍາຍບົດບາດການນຳພາຂອງພັກໃນຂົງເຂດວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ.
ຕະຫຼອດໄລຍະ 1 ປີ ຜ່ານມາ, ເຫັນໄດ້ວ່າ ມີຫຼາຍວຽກງານທີ່ໄດ້ສຳເລັດໝາກຜົນ ແລະ ກໍຍັງມີຫຼາຍວຽກທີ່ຕ້ອງໄດ້ສຸມໃສ່ສືບຕໍ່ຈັດຕັ້ງດຳເນີນໃຫ້ສຳເລັດຕາມຄາດໝາຍ ແລະ ແຜນການກຳນົດໄວ້ ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ການເມືອງ ຂອງສະພາທິດສະດີສູນກາງພັກ ໂດຍສະເພາະການເປັນເສນາທິການໃຫ້ແກ່ສູນກາງພັກ ໃນການດຳເນີນວຽກງານຄົ້ນຄວ້າທິດສະດີ-ພຶດຕິກຳ, ການສະໜອງຂໍ້ມູນ-ຂ່າວສານທາງດ້ານທິດສະດີ ເພື່ອປັບປຸງບູລະນະແນວທາງ ຂອງພັກ ພິເສດແມ່ນເພື່ອຕອບສະໜອງໃຫ້ແກ່ການກະກຽມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍສະເພາະບັນດາຫົວຂໍ້ສະເພາະທີ່ສູນກາງພັກໄດ້ມອບໝາຍໃຫ້.
ກອງປະຊຸມ, ສຸດທີ່ມີຄວາມໝາຍສຳຄັນ ເພື່ອສະຫຼຸບບົດຮຽນທີ່ຖອດຖອນໄດ້ໃນການປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XI, ລາວ-ຈີນ ຄັ້ງທີ XII ແລະ ສະຫຼຸບຕີລາຄາຜົນສຳເລັດ, ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນປີ 2024 ທີ່ຜ່ານມາ ແນໃສ່ຍົກໃຫ້ເຫັນເພື່ອວາງທິດທາງແຜນການ ປະຈຳປີ 2025 ໃຫ້ສອດຄ່ອງກັບເງື່ອນໄຂໃໝ່. ກອງປະຊຸມດຳເນີນເປັນເວລາ 1 ຄາບເຊົ້າ ຊຶ່ງບັນດາສະຫາຍຄະນະປະຈຳ, ບັນດາສະຫາຍຮອງປະທານ ແລະ ສະມາຊິກສະພາທິດສະດີສູນກາງພັກ ໄດ້ຮ່ວມກັນປະກອບຄຳຄິດຄຳເຫັນຕໍ່ກັບບົດສະຫຼຸບດັ່ງກ່າວ ແລະ ຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2025 ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.
ຂ່າວ-ພາບ: ແສງຈັນ





