ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຟໄໝ້ໂຮງງານຢາງຕີນລົດເກົ່າ ເສຍຫາຍ 13 ຕື້ກວ່າກີບ

Jan 8, 2025

ຕາມການໃຫ້ຂໍ້ມູນຂອງພະແນກຕໍາຫຼວດມອດໄຟ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນຄໍ່າຄືນເວລາ 01 ໂມງ 15 ນາທີ, ຂອງວັນທີ 2 ມັງກອນ 2025ຜ່ານມາ, ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ມີເຫດໄຟໄໝ້ ໂຮງງານຢາງຕີນລົດໃຫຍ່ເກົ່າ ຂອງບໍລິສັດແຫ່ງໜຶ່ງ ທີ່ຕັ້ງຢູ່ ບ້ານດອນມູນ, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ.
ພາຍຫຼັງໄດ້ຮັບແຈ້ງຄວາມ ທາງພະແນກຕໍາຫຼວດມອດໄຟ ກໍໄດ້ຮີບຮ້ອນແຕ່ງຕັ້ງພະນັກງານວິຊະສະເພາະ ຈຳນວນ 13 ສະ ຫາຍ ພ້ອມລົດມອບໄຟ 4 ຄັນ ເຂົ້າດັບມອດໄຟ ເຊິ່ງໄດ້ໃຊ້ເວລາໃນການມອດ 16 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນມອດໄຟໄດ້.
ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່: ທ້າວ ເກົາພາງພາງ ເຊິ່ງເປັນຜູ້ຖືຮຸ້ນສ່ວນ ແລະ ໄດ້ນອນເຝົ້າໂຮງງານທີ່ເກີດເຫດໃນຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ໃນຄ່ໍາຄືນທີ່ເກີດເຫດ ຜູ້ກ່ຽວນອນເຝົ້າ ແລະ ໄດ້ເຫັນໄຟໄໝ້ຢາງຕີນລົດໃຫຍ່ເກົ່າ ເຊິ່ງໄຟໄດ້ໄໝ້ຂະຫຍາຍເປັນວົງກວ້າງ ຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງມາຊ່ວຍດັບມອບໄຟ; ສຳລັບຜົນເສຍຫາຍໃນເບື້ອງຕົ້ນຄາດວ່າປະມານ 13 ຕື້້ກວ່າກີບ, ສ່ວນໂຮງງານ ແລະ ພາຫະນະ ແມ່ນທາງເຈົ້າໜ້າທີ່ສາມາດສະກັດກັ້ນໄວ້ໄດ້ກ່ອນ, ປັດຈຸບັນ, ເຈົ້າໜ້າທີ່ ພວມເລັ່ງເກັບກຳຂໍ້ມູນຫຼັກຖານ ເພື່ອຊອກຫາສາເຫດທີ່ພາໃຫ້ເກີດອັກຄີໄພໃນຄັ້ງນີ້.
ພາບ-ຂ່າວ: ຮອ ກອນຄຳ ແສນຫຼວງລາດ