ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 8 ມັງກອນ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ບັນດາຫົວໜ່ວຍລັດວິສາຫະກິດ ແລະ ພະນັກງານ-ນັກຮົບຫ້ອງວ່າການກະຊວງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບ ເຊິ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນໃນ 1 ປີຜ່ານມາ ໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ນັກຮົບ, ທົ່ວອົງການຫ້ອງວ່າ ການກະຊວງ ຮັບຮູ້ເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ ໃຫ້ມີຄວາມໜັກແໜ້ນທາງ ດ້ານການເມືອງ, ຊຸກຍູ້ການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ກໍ່ຄືມະຕິຄັ້ງທີ V ຂອງຄະນະພັກອົງການ ຫ້ອງວ່າການກະຊວງ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ດ້ານວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາໜ່ວຍງານວິຊາສະເພາະໃນການຄົ້ນຄວ້າບັນດາມະຕິຂອງກົມການເມືອງສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ມະຕິ-ຄໍາສັ່ງຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ເປັນມະຕິຂອງຄະນະພັກກະຊວງ, ເປັນທິດທາງ ວຽກງານປ້ອງກັນຊາດ; ສະຫຼຸບລາຍງານ ແລະ ວາງທິດທາງ ວຽກງານປ້ອງກັນຊາດ ປະຈໍາອາທິດ, ປະຈຳເດືອນ ຂອງກະຊວງປ້ອງກັນປະເທດ, ຫ້ອງວ່າການກະຊວງ. ຄົ້ນຄວ້າ-ຮ່າງບັນດາຄໍາສັ່ງແນະນໍາ, ແຜນການເຄື່ອນໄຫວເຮັດວຽກຂອງຄະນະນໍາກະຊວງ, ແຈ້ງການ, ບົດລາຍງານ, ບັນດາບົດຄໍາເຫັນ, ບົດໂອ້ລົມ, ບົດປາໄສຂອງຄະນະນໍາກະຊວງ ແລະ ຂອງການນໍາພັກ-ລັດ, ເປັນເຈົ້າການປະສານສົມທົບກັບບັນດາອົງການກ່ຽວຂ້ອງຂອງ ພັກ-ລັດ, ກົມກອງ-ທ້ອງຖິ່ນ; ຕິດຕາມ ແລະ ຊ່ວຍການນໍາກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ; ກວດແກ້ເອກະສານ, ຊັບຊ້ອນສ້າງສຳເນົາ ແລະ ຈໍລະຈອນເອກະສານເປັນລະບົບ-ວ່ອງໄວ, ຮັກສາໄດ້ຄວາມລັບ ແລະ ມີຄວາມປອດໄພ ເຊິ່ງໃນໜຶ່ງປີຜ່ານມາສັງລວມໄດ້: ກວດກາ-ແກ້ເອກະສານ ຂາເຂົ້າ-ຂາອອກ ຂອງກະຊວງ: ຂາເຂົ້າ 5,250 ສະບັບ, ຂາອອກ 7,524 ສະບັບ; ຫ້ອງວ່າການກະຊວງ: ຂາເຂົ້າ ຈໍານວນ 5,046 ສະບັບ, ຂາອອກ 3,765 ສະບັບ, ຈັດສົ່ງເອກະສານແຈ້ງຕອບ ວຽກງານປະຕູດຽວ ໃຫ້ກະຊວງແຜນການ ແລະ ການລົງທຶນ 90 ສະບັບ, ພິມສາລະບານເອກະສານປີ 2021-2022 ຈໍານວນ 17,360 ສະບັບ; ຂຽນສາລະບານເອກະສານ ປີ 2022-2023 ຈໍານວນ: 17,360 ສະບັບ, ສະເໜີຄວັດຕາປະທັບໃຫ້ ບັນດາກົມກອງ 63 ກົມກອງ ຈຳນວນ 317 ໜ່ວຍ. ຕິດຕາມ ຄະນະລັດຖະມົນຕີກະຊວງປ້ອງກັນ ປະເທດ ເຄື່ອນໄຫວເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 624 ຄັ້ງ, ຈໍາກາເອກະສານຕ່າງໆ ຂອງກະຊວງ 4.144 ສະບັບ, ໄດ້ຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ບັນດາຫົວໜ່ວຍກົມກອງ, ຈັດຕັ້ງປະເມີນກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກົມກອງ ໄດ້ 4 ຄະນະພັກຮາກຖານ ແລະ 11 ໜ່ວຍພັກຮາກຖານ, ຕໍ່ກັບວຽກງານນະໂຍບາຍ ແລະ ປະກັນສັງຄົມ ໄດ້ເອົາໃຈໃສ່ປະຕິບັດລະບອບນະໂຍບາຍ ແລະ ປະກັນສັງຄົມເປັນປົກກະຕິ, ທົ່ວເຖິງ ແລະ ທັນເວລາ ຕໍ່ພະນັກງານ-ນັກຮົບ, ພະນັກງານບຳນານ ທົ່ວຫ້ອງວ່າການກະຊວງຄື: ໄດ້ມອບຫຼຽນໄຊ ແລະ ໃບຍ້ອງຍໍສາຍກອງທັບ ໃຫ້ພະນັກງານຫ້ອງວ່າການ ກະຊວງ 251 ສະຫາຍ ແລະ ມອບຫຼຽນໄຊພິລະອາດຫານຊັ້ນ II, ຊັ້ນ III ໃຫ້ ບຸກຄົນ ແລະ ບໍລິສັດຈໍານວນໜຶ່ງ,ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງຫ້ອງວ່າການກະຊວງ ກໍ່ໄດ້ເຄື່ອນໄຫວ ເຮັດຕາມພາລະບົດບາດ, ໜ້າທີ່ຂອງຕົນໃນການດໍາເນີນທຸລະກິດໃຫ້ມີຄວາມຄ່ອງຕົວ, ມີລາຍຮັບ-ຜົນກຳໄລ, ຮັບປະກັນເງິນເດືອນ, ເງິນສະຫວັດດີການ-ສັງຄົມ, ມອບພາສີ-ອາກອນ, ມອບພັນທະໃຫ້ລັດຖະບານ ແລະກະຊວງ, ປະກອບສ່ວນຊ່ວຍເຫຼືອສັງຄົມຕາມແຜນການທີ່ວາງໄວ້.
ໂອກາດນີ້ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍຕິດພັນກັບມະຕິຄັ້ງທີ V ຂອງຄະນະພັກອົງການຫ້ອງວ່າການກະຊວງ ໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນຕ້ອງໄດ້ເພີ່ມທະວີການນຳພາຂອງພັກຕໍ່ພະນັກງານ-ນັກຮົບທົ່ວຫ້ອງວ່າການກະຊວງ ໃຫ້ມີຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນ, ສ້າງໃຫ້ມີຖັນແຖວພະນັກງານສືບທອດປ່ຽນແທນ; ເອົາໃຈໃສ່ວຽກງານອົບຮົມຫັດແອບ, ຕິດພັນກັບຂະບວນການຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍ-ຖອຍລົງ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ສຸມໃສ່ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງທ້ອງຖິ່ນເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ, ປົກປັກຮັກສາພາຫະນະວັດຖຸເຕັກນິກ.ໃຫ້ສາມາດນໍາໃຊໄດ້ຍາວນານ.
ໂດຍ: ລີຕ່າ





