ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປະຈຳປີ 2024 ຂອງ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ

Jan 8, 2025

ວັນທີ 8 ມັງກອນນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມສະຫຼຸບວຽກງານເຄື່ອນໄຫວປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ (ສນສ) ພາຍໃຕ້ການເປັນທານຂອງ ທ່ານ ສິນທະລາ ຫຼ້າສຸກສະໄໝ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ໂດຍການເຂົ້າຮ່ວມໂອ້ລົມຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງສະຖາບັນຄົ້ນຄວ້ານິຕິກຳ ແລະ ເຜີຍແຜ່ແຜນດໍາເນີນງານການຍົກສູງຂີດຄວາມສາມາດໃຫ້ແກ່ສະມາ ຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ ໄລຍະທ້າຍສະໄໝຂອງ ສພຊ ຊຸດທີ IX ແລະ ຄາດຄະເນແຜນການຍົກສູງຂີດຄວາມສາມາດ ຮອດ 6 ເດືອນຕົ້ນປີ 2026; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ, ປະກອບຄໍາຄວາມເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມບັນລຸຜົນສຳ ເລັດຕາມແຜນການທີ່ວາງໄວ້.
ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄໍາເຫັນເນັ້ນໜັກຕໍ່ການຈັດຕັ້ງປະຕິບັດໜ້າ ທີ່ວຽກງານຂອງສະຖາບັນຄົ້ນຄວ້ານິຕິກໍາ ໂດຍໃຫ້ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນແນວທາງຂອງພັກ, ຖືເອົາວຽກງານການເມືອງແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເພື່ອສືບຕໍ່ສຶກສາອົບຮົມພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງໃນການນຳພາທີ່ມີລັກສະນະນໍາໜ້າຂອງພັກ; ສືບຕໍ່ປັບປຸງການຈັດຕັ້ງ ແລະ ພະນັກງານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍສະເພາະພະນັກງານຄົ້ນຄວ້ານິຕິກໍາ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ກາຍເປັນມືອາຊີບ ແລະ ຄວາມເປັນຊ່ຽວຊານໃນອະນາຄົດ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ໂດຍສະເພາະແມ່ນການປະສານສົມທົບສະຖາບັນຕ່າງໆ ໃຫ້ກາຍເປັນຄູ່ຮ່ວມນໍາກັນ ທັງປະສານສົມທົບກັບບັນດາກໍາມາທິການ, ຄະນະເລຂາທິ ການສະພາແຫ່ງຊາດ ເພື່ອປັບປຸງຮູບການ ແລະ ວິທີການໃນການຍົກສູງຂີດຄວາມສາມາດ ໃຫ້ສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃຫ້ກົມກຽວກັນ; ເພີ່ມທະວີຄວາມດຸໝັ່ນ, ຂະຫຍັນພຽນ ໃນການສຶກສາຮ່ຳຮຽນ, ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ສຸມສະຕິປັນຍາເຂົ້າໃສ່ວຽກງານຄົ້ນຄວ້າວິທະຍາສາດໃຫ້ເລິກເຊິ່ງ ແລະ ມີຈຸດສຸມ ເພື່ອສະໜອງການຄົ້ນຄວ້າໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເປັນຂໍ້ມູນໃນການຄົ້ນຄວ້າພິ ຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດໃນແຕ່ລະໄລຍະ.
ພ້ອມນີ້ ຕ້ອງເອົາໃຈໃສ່ຄົ້ນຄວ້າຮູບການ, ວິທີການເຝິກອົບຮົມ, ຄົ້ນຄວ້າບັນດາຫົວຂໍ້ທັກສະທີ່ມີຄວາມສໍາຄັນ, ການຄົ້ນຄວ້າບັນດາບົດສອນປຶ້ມຄູ່ມືທີ່ເປັນບົດຮຽນທີ່ຈໍາເປັນສໍາລັບການປະຕິບັດພາລະບົດບາດ, ໜ້າທີ່ການເມືອງຂອງ ສຊຊ, ສສຂ ສາມາດນໍາໃຊ້ເຂົ້າໃນວຽກງານໄດ້ຢ່າງແທ້ຈິງ; ຍົກສູງການຄົ້ນຄວ້າ, ວິເຄາະວິໄຈຂໍ້ ມູນ, ຮູ້ໝູນໃຊ້ຜົນສໍາເລັດດ້ານເຕັກໂນໂລຊີຂໍ້ມູນຂ່າວສານໃນຍຸກແຫ່ງການເຊື່ອມໂຍງ ແນໃສ່ການສະໜອງຂໍ້ມູນຂ່າວສານ ວຽກງານສະພາແຫ່ງຊາດຢ່າງກວ້າງຂວາງ, ຮັບປະກັນຄວາມຖືກຕ້ອງ, ຊັດເຈນ ແລະ ທັນການ; ພົວພັນກັບອົງ ການຈັດຕັ້ງ ແລະ ສະຖາບັນຄົ້ນຄວ້າທີ່ກ່ຽວຂ້ອງຂອງຕ່າງປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງທຶນຮອນ ແລະ ເຕັກນິກວິຊາການ ມາພັດທະນາວຽກງານຂອງຕົນໃຫ້ເຕີບໃຫຍ່ຂະຫຍາຍຕົວ, ປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງວຽກງານຂອງສະພາແຫ່ງຊາດດີຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ນາງ ອາລິນ ສຸພິມມະປະດິດ