ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊາຍໜຸ່ມທີ່ທຳຮ້າຍຮ່າງກາຍຍິງສາວຢູ່ບຸນກິນຈຽງ ທີ່ແຂວງຊຽງ ຂວາງ ໄດ້ຮັບການສຶກສາອົບຮົມ

Jan 8, 2025

ວັນທີ 8 ມັງກອນ 2025 ນີ້ ພັທ ວົງພອນ ຟອງ ພັກດີ ຮອງຫົວໜ້າພະແນກຕຳຫລວດ ສືບສອນ ສອບສວນ ກອງບັນຊາກອງປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ໄດ້ຊີ້ແຈງກ່ຽວກັບກໍລະນີທຳຮ້າຍຮ່າງກາຍຢູ່ບຸນປະເພນີກິນຈຽງຂອງຊົນເຜົ່າມົ້ງ ຢູ່ບ້ານຍວນ ເມືອງແປກ ແຂວງຊຽງຂວາງ ວ່າ: ຕໍ່ ກັນເຫດການທີ່ເກີດຂຶ້ນຜູ້ກະທຳຜິດແມ່ນໄດ້ຍອມຮັບ ແລະ ຂໍໂທດຕໍ່ຜູ້ເສຍ ຫາຍ ແລະ ສັງຄົມ.
ສາເຫດທີ່ລົງມືທຳຮ້າຍຮ່າງກາຍໃນຄັ້ງນີ້ ແມ່ນຍ້ອນຄວາມ ຫຶງຫວງ, ຄວາມມັກຮັກທີ່ເຫັນຍິງສາວທີ່ເປັນຄົນຮັກຂອງ ຕົນ ເອງໄປນໍາຄົນອື່ນ ແລະ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ຈຶ່ງເກີດມີອາລົມໂມໂຫ ໂດຍບໍ່ຄໍານຶງເຖິງການກະທຳ ຈຶ່ງໄດ້ລົງມືກະທຳຜິດລົງໄປ.
ການກະທໍາຂອງຜູ້ກ່ຽວເປັນການກະທໍາຜິດຕໍ່ລະບຽບກົດ ໝາຍ ໃນມາດຕາ 194 ຂອງປະມວນ ກົດໝາຍອาຍາ ສະບັບປັບປຸງ 2017, ແຕ່ການກະທຳດັ່ງກ່າວ ເປັນການກະທໍາຜິດຂອງເດັກ ເຈົ້າໜ້າທີ່ຈຶ່ງໄດ້ອີງໃສ່ຄະດີເດັກດ້ວຍຮູບການສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງສຶກສາອົບຮົມ ເພື່ອເຮັດໃຫ້ຜູ້ກ່ຽວເປັນພົນລະເມືອງດີຢູ່ໃນສັງຄົມ ແລະ ປົວແປງຈິດໃຈໃຫ້ຜູ້ກໍລະນີຕາມຄວາມເໝາະສົມ.
ທີ່ມາ: ປກສ ແຂວງຊຽງຂວາງ