ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສໍາເລັດໂຄງການເພີ່ມລາຍຮັບຜ່ານການສ້າງຕັ້ງສະຫະກອນ ແລະ ປັບປຸງສິ່ງແວດລ້ອມຊົນນະບົດ ຢູ່ ແຂວງວຽງຈັນ

Jan 8, 2025

ແຂວງວຽງຈັນ ຈັດກອງປະຊຸມປິດໂຄງການເພີ່ມລາຍຮັບໂດຍຜ່ານການສ້າງຕັ້ງສະຫະກອນ ແລະ ປັບປຸງສິ່ງແວດລ້ອມຂອງບ້ານຢູ່ເຂດຊົນນະບົດ ໃນວັນທີ 7 ມັງກອນ 2025 ໂດຍມີ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງໆວຽງຈັນ, ທ່ານ ຊຶງຮະຢຸນ ລີ ຫົວ ໜ້າອົງການໂລຕັດເວິຣ ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກອົງການໂລ ຕັສເວີຣ ແຫ່ງ ສ.ເກົາຫລີ ເປັນມູນຄ່າ 16 ຕື້ກວ່າກີບ, ເຊິ່ງໄດ້ຈັດຕັ້ງປະຕິບັດມາແຕ່ປີ 2022 ຮອດທ້າຍປີ 2024 ຈຶ່ງສຳເລັດ ໂດຍມີການຈັດຕັ້ງປະຕິບັດຢູ່ເມືອງໂພນໂຮງມີ 5 ບ້ານຄື: ບ້ານແອກຊ້າງ, ດົງຂາວ, ສີວິໄລ, ໂພນຄ້ອງ ແລະ ນາເທບ. ສ່ວນເມືອງຫີນເຫີບມີ 2 ບ້ານຄື: ບ້ານໜອງຫລວງ ແລະ ບ້ານນາອັນ ເຊິ່ງກິດຈະກຳຕົ້ນຕໍຂອງໂຄງການ ແມ່ນເລັ່ງໃສ່ສົ່ງເສີມ ແລະ ສ້າງກຸ່ມປູກເຫັດ ແລະ ກຸ່ມປູກຫຍ້າລ້ຽງງົວ. ນອກນີ້, ຍັງມີກິດຈະການກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ ທີ່ຈຳເປັນ ສຳລັບການຜະ ລິດກະສິກຳອີກຈຳນວນໜຶ່ງ.
ທ່ານ ຄຳຮຸ່ງ ພອນພະເສີດ ຜູ້ບໍລິຫານໂຄງການ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ມີປະຊາຊົນໄດ້ຮັບຜົນປະໂຫຍດ 130 ກວ່າຄອບຄົວ ເດັ່ນກວ່າໝູ່ແມ່ນການສ້າງກຸ່ມປູກເຫັດ ຢູ່ບັນດາບ້ານຂອງເມືອງໂພນໂຮງ ແລະ ການສ້າງກຸ່ມປູກຫຍ້າລ້ຽງງົວ ຢູ່ບັນດາບ້ານຂອງເມືອງຫີນເຫີບ, ເຊິ່ງໃນໄລຍະຜ່ານມາ ໂຄງການໄດ້ສົມ ທົບກັບພາກສ່ວນກ່ຽວຂ້ອງ ຂອງແຂວງ ເປັນຕົ້ນ ພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຈັດຝຶກອົບຮົມກ່ຽວກັບການປູກເຫັດ ແລະ ການປູກຫຍ້າລ້ຽງ ງົວ.
ພ້ອມນີ້ຍັງໄດ້ມີການສະໜອງວັດຖຸອຸປະກອນຮັບໃຊ້ຕ່າງໆ ໃນການປູກເຫັດໃຫ້ປະຊາຊົນ, ສ້າງເຮືອນປູກເຫັດ, ສະໜອງແນວພັນງົວ 50 ກວ່າໂຕ, ສ້າງຄອກງົວ, ຊິງຊັ່ງນໍ້າໜັກງົວ ໃຫ້ກະສິກອນ. ນອກຈາກນີ້, ຍັງໄດ້ສ້າງອາຄານຕະຫລາດ ເຊິ່ງເປັນຈຸດຂາຍເຄື່ອງກະສິກຳ, ເຈາະນໍ້າບາດານ, ສ້ອມແປງຊົນລະປະທານ ແລະ ທາງຮ່ອມເຂົ້າບ້ານ ໃຫ້ປະຊາຊົນຕື່ມອີກ.
ຜ່ານການຈັດຕັ້ງປະຕິບັດໂຄງການໃນໄລຍະ 3 ປີຜ່ານມາ ເຮັດ ໃຫ້ປະຊາຊົນຜູ້ເຂົ້າຮ່ວມໂຄງການ ມີລາຍຮັບຈາກການປູກເຫັດຂາຍ ແລະ ມີລາຍຮັບຈາກການຂາຍງົວ, ເຊິ່ງເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ, ແຕ່ເຖິງຢ່າງໃດກໍຕາມ ຮອງເຈົ້າແຂວງໆວຽງຈັນ ຍັງໄດ້ສະເໜີມາຍັງໂຄງການ ຢາກໃຫ້ໂຄງການເພີ່ມລາຍຮັບໂດຍຜ່ານການສ້າງຕັ້ງສະຫະກອນ ແລະ ປັບປຸງສິ່ງແວດລ້ອມ ຂອງບ້ານຢູ່ເຂດຊົນນະບົດ ສືບຕໍ່ເນື່ອງຈາກ ຍັງມີປະຊາຊົນຫລາຍຄອບຄົວ ຍັງຕ້ອງການທຶນ ແລະ ເຂົ້າຮ່ວມໂຄງການດັ່ງກ່າວ.
ທີ່ມາ: ຂ່າວແຂວງວຽງຈັນ