ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໂອ້ລົມ ຕໍ່ກອງປະຊຸມໃຫ່ຍ ຄັ້ງທີ IX ຂອງຄະນະຜູ້ແທນອົງຄະນະພັກເມືອງໂຂງ

Jan 9, 2025

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ IX ຂອງຄະນະຜູ້ແທນອົງຄະນະພັກເມືອງໂຂງ ຈັດຂຶ້ນໃນລະຫວ່າງວັນທີ 6-7 ມັງກອນ 2025 ສະຫາຍ ອາລຸນໄຊ ສູນທະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ທ່ານໄດ້ເນັ້ນໜັກໃຫ້ຄະນະພັກເມືອງໂຂງຊຸດໃໝ່ເອົາໃຈໃສ່ຫລາຍບັນຫາສໍາຄັນ ດັ່ງນີ້:
1./ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ- ແນວຄິດ, ທັດສະນະຫຼັໝັ້ນ, ຄຸນສົມບັດສິນທໍາປະຕິວັດໃນຖັນ ແຖວກຳລັງປະກອບອາວຸດ ໂດຍຕິດພັນກັບການປັບປຸງລະບຽບວິໄນໃຫ້ເຂັ້ມງວດ, ສຸມໃສ່ບຳລຸງຍົກລະດັບວິຊາສະເພາະໃຫ້ ກໍາລັງທີ່ປະຈຳຢູ່ຮາກຖານ, ກຸ່ມບ້ານ ໄປພ້ອມກັບການປະຕິບັດນະໂຍບາຍຢ່າງເໝາະສົມ, ຍູ້ແຮງການຫັນເອົາວຽກງານປ້ອງ ກັນຊາດ – ປ້ອງກັນຄວາມສະຫງົບໃຫ້ຕິດພັນກັບການສ້າງບ້ານພັດທະນາປະຊາຊົນຢູ່ດີ – ກິນດີ ເພື່ອປັບປຸງການຈັດຕັ້ງໃນ ລະບົບການເມືອງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງ.
2./ ຍູ້ແຮງການພັດທະນາເສດຖະກິດ – ສັງຄົມໃຫ້ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະ ສຸມໃສ່ ຈັດຕັ້ງປະຕິ ບັດ 7 ທິດທາງ, 6 ເປົ້າໝາຍ, 23 ວຽກຈຸດສຸມ ທີ່ໄດ້ກຳນົດໃນແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງ ທີ X ຂອງເມືອງ, ສູ້ຊົນພັດທະນາເສດຖະກິດໃນແຕ່ລະຂົງເຂດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕິດພັນກັບຊຸກຍູ້ ສົ່ງເສີມການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ແຂງແຮງ, ນໍາໃຊ້ທຸກພາກສ່ວນເສດຖະກິດປະກອບສວ່ນເຂົ້າໃນການພັດທະນາ ສິ່ງສໍາຄັນ ຕ້ອງໄດ້ເອົາໃຈໃສ່ການຜະລິດເປັນສິນຄ້າ ຕິດພັນກັບຕະຫລາດພາຍໃນ ກ້າວໄປເຖິງສາມາດສົ່ງ ອອກຕ່າງແຂວງ ແລະ ຕ່າງປະ ເທດ ໂດຍການຍົກລະດັບທາງດ້ານປະລິມານ ແລະ ຄຸນນະພາບ.
3./ ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງແຂງແຮງ ເອົາໃຈໃສ່ວຽກງານແນວຄິດ ນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງ ລົງເຖິງຮາກຖານ ປະຊາຊົນ, ນໍາພາຈັດຕັ້ງຜັນຂະຫຍາຍ, ສ້າງໃຫ້ຮາກຖານມີການຫັນປ່ຽນຢ່າງຕັ້ງ ໜ້າ.
4./ ເອົາໃຈໃສ່ປັບປຸງການຈັດຕັ້ງພັກ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງທາງດ້ານການເມືອງ – ແນວຄິດ ແລະ ການຈັດຕັ້ງ, ເຮັດ ໃຫ້ການຈັດຕັ້ງພັກກາຍເປັນແກນນໍາໃນລະບົບການເມືອງທີ່ແທ້ຈິງ, ສຸມໃສ່ປັບປຸງຮາກຖານພັກ ໂດຍຖື ເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນເປັນໜ້າທີ່ຕົ້ນຕໍ, ເອົາໃຈໃສ່ພິເສດໃນການກໍ່ສ້າງພະນັກງານ ສືບທອດປ່ຽນແທນໃນແຕ່ລະຂັ້ນ, ແຕ່ລະຫ້ອງການ, ກົມກອງ ໃຫ້ຕໍ່ເນື່ອງ.
5./ ຕັ້ງໜ້າປັບປຸງບັນດາອົງການຈັດຕັ້ງທີ່ເປັນເສນາທິການ ໃຫ້ແກ່ຄະນະພັກຂຶ້ນຂອງຕົນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ໂດຍສະເພາະ ແມ່ນອົງການຈັດຕັ້ງມະຫາຊົນ ແລະ ອົງການປົກ ຄອງໃນຂັ້ນຮາກຖານ ເພື່ອໃຫ້ເຂົາເຈົ້າຮູ້ເຄື່ອນ ໄຫວຕາມພາລະບົດບາດໜ້າທີ່ຂອງຕົນເປັນຢ່າງດີ.
6./ ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ ໃຫ້ສອດ ຄ່ອງກັບລະບຽບຫຼັກການຂອງພັກ, ເພີ່ມທະວີຄວາມ ສາມັກຄີເປັນເອກະພາບໃນຄະນະພັກ, ໃຈກາງແມ່ນຄະນະປະຈຳ, ຄະນະບໍລິຫານງານພັກເມືອງ ແລະ ຮັກສາມູນເຊື້ອຄວາມ ສາມັກຄີທີ່ເປັນປຶກແຜ່ນໃນໝູ່ປະຊາຊົນໃຫ້ດີຂື້ນກ່ວາເກົ່າ, ປຸກລະດົມຈິດໃຈຮັກແພງເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮ່ວມສຸກຮ່ວມ ທຸກດ້ວຍກັນ, ຮ່ວມແຮງຮ່ວມໃຈໃນການປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຮາກຖານຂອງຕົນ ໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງຂື້ນເລື້ອຍໆ ດ້ວຍຈິດໃຈເພິ່ງຕົນເອງກຸ້ມຕົນເອງ, ສ້າງຄວາມຮັ່ງມີ ແລະ ເຂັ້ມແຂງດ້ວຍຕົນ ເອງ, ຊ່ວຍເຫຼືອຜູ້ອື່ນດ້ວຍຄວາມຈິງໃຈ, ຫຼີກເວັ້ນຕໍ່ຄວາມລັ່ງເລ ແລະ ຄວາມບໍ່ເດັດ ຂາດ, ເຂັ້ມງວດໃນການແກ້ໄຂວຽກ ງານຕ່າງໆ ໂດຍສະເພາະ ແມ່ນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
ຂ່າວ: ເກດສະໜາ ແກ້ວສະວັນນະແສງ