ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນນະມັດສະການ ພະທາດສາມປາງ ຈະຈັດຂຶ້ນໃນວັນທີ 11 ມັງກອນນີ້

Jan 9, 2025

ການຈັດບຸນນະມັດສະການ ພະທາດສາມປາງ ປະຈຳປີ 2025 ຈະຈັດຂຶ້ນໃນວັນທີ 11 ມັງກອນ 2025 ທີ່ຈະມາເຖິງນີ້ ທີ່ບ້ານທາດສາມປາງ ກຸ່ມບ້ານທີ 3 ເມືອງສຸຂຸມາ ແຂວງຈຳປາສັກ ເພື່ອເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາດ-ຂອງທ້ອງຖິ່ນ ຕິດພັນກັບການສົ່ງເສີມການທ່ອງທ່ຽວ.
ພາຍໃນງານຈະມີຫລາກຫລາຍກິດຈະກຳ ເປັນຕົ້ນ ຂະບວນແຫ່ກ້ອນກຳລັງມວນຊົນ, ການສະແດງສິລະປະຂອງນ້ອງນັກຮຽນ, ວາງສະແດງສິນຄ້າ, ການແຂ່ງຂັນຊ່ວງເຮືອປະເພນີ 5 ສີພາຍ ແລະ ກິລາປະເພນີຂອງມວນຊົນປະເພດຕ່າງໆ, ສູດປະລິຕະມຸງຄຸນ-ຟັງທຳມະເທສະໜາ, ວຽນທຽນ ແລະ ຕັກບາດຖວາຍສັງຄະທານແດ່ພະສົງ-ສຳມະເນນ 50 ອົງ.
ເພື່ອເປັນການກະກຽມ ໃຫ້ແກ່ບຸນນະມັດສະການ ພະທາດສາມປາງ, ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານທາດສາມປາງ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ຢ່າງເປັນຂະບວນການຟົດຟື້ນ ໃນວັນທີ 8 ມັງກອນ 2025, ເຊິ່ງນຳໂດຍ ທ່ານ ບຸນຍູ້ ປາລະມີ ຮອງເຈົ້າເມືອງໆສຸຂຸມາ, ເຊິ່ງການອອກແຮງງານ ອະນາໄມລວມໃນຄັ້ງນີ້, ໄດ້ພ້ອມກັນອະນາໄມ ຕັດຫຍ້າທີ່ຮົກເຮື້ອ, ເກັບຂີ້ເຫຍື້ອ ແລະ ສິ່ງເສດເຫລືອຕ່າງໆ ຕາມສະຖານທີ່ເດີ່ນພະທາດສາມປາງ, ບໍລິເວນໜອງທາດ, ຕາມເສັ້ນທາງຂອງບ້ານແຕ່ລະຈຸດ.
ຂ່າວ-ພາບ: ປັນຍາ ແກ້ວພິລົມ