ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໝາກກ້ຽງຫວາແຫຼ່ງລາຍຮັບສຳຄັນຂອງປະຊາຊົນບ້ານນາຫອຍ.

Jan 9, 2025

ທ່ານ ອຸດທິຍາ ອິນທິແສງ ຕາງໜ້າກຸ່ມປູກໝາກກ້ຽງ ບ້ານນາຫອຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການທຳການຜະລິດໃນຄອບຄົວຂອງຕົນຕໍ່ກອງປະຊຸມໃຫ່ຍອົງຄະນະພັກເມືອງ ວິລະບູລີ ຄັ້ງທີ VI ຈັດຂື້ນໃນລະຫວ່າງວັນທີ 6-7 ມັງກອນ 2025 ວ່າ: ດ້ວຍຄວາມເຊື່ອມຊືມ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ແຜນນະໂຍບາຍຂອງລັດຕໍ່ການສ້າງເສດຖະກິດຄອບຄົວ ເພື່ອໃຫ້ຫລຸດຜົ້ນຈາກຄວາມທຸກຍາກ ດ້ວຍການອີງໃສ່ທ່າແຮງ ແລະ ເງື່ອນໄຂຕົວຈິງຂອງທ້ອງຖິ່ນກໍ່ຄືຄອບຄົວຂອງຕົນເອງ ຊອກທຸກເງື່ອນໄຂໃນການຫາແຫລ່ງລາຍຮັບເພື່ອພັດທະນາເສດຖະກິດຄອບຄົວ.
ໂຄງການປູກໝາກກ້ຽງຫວານ ແມ່ນໄດ້ຄິດລິເລີ່ມແຕ່ປີ 2014 ເປັນຕົ້ນມາດ້ວຍບໍລິສັດໄອລັນບາກເຊິ່ງໄດ້ຮັບການສະໜັບສະໜູນທືນຈາກບໍລິສັດລ້ານຊ້າງມິນີໂລນເພື່ອສຳຫລວດດິນເໝາະສົມກັບການປູກໝາກກ້ຽງທົ່ວເມືອງ ວິລະບູລີ , ຜ່ານສຳຫລວດວິເຄາະ ແລະ ວິໃຈດິນ ເຫັນວ່າດິນທີ່ເໝາະສົມແກ່ການປູກຫໝາກກ້ຽງທີ່ສຸດແມ່ນຢູ່ເຂດບ້ານນາຫອຍ ໃນປີ 2015 ຈິ່ງໄດ້ລົງມືປູກທົດລອງປູກຕົວຈິງ ໂດຍແມ່ນບໍລິສັດ ໄອລັນບາກລາວ ເປັນຜູ້ສະໜອງວິຊາການ ແລະ ເຕັກນິກ , ເບື້ອງຕົ້ນມີປະຊາຊົນບ້ານນາຫອຍຈຳນວນ 12 ຄອບຄົວ ເຂົ້າຮ່ວມໂຄງການ ປີທຳອິດໄດ້ປູກຈຳນວນ 1 ພັນຕົນ ເນື້ອທີ 2 ເຮັກຕາ , ຕໍ່ມາໃນປີ 2016 – 2017 ໄດ້ຂະຫຍາຍເນື້ອທີ່ຂື້ນເປັນ 18 ເຮັກຕາ ຈຳນວນ 10 ພັນຕົ້ນ ມາຮອດປະຈຸບັນມີເນື້ອທີ່ປູກໝາກກ້ຽງທັງໝົດ 85 ເຮັກຕາ ຈຳນວນ 42 ພັນກວ່າຕົ້ນ
ເມືອເຫັນວ່າການປູກໝາກກ້ຽງມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລາດພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການຫລາຍ ດັ່ງນັ້ນທາງຂະແໜງການທີ່ກ່ຽວຂ້ອງຈິ່ງໄດ້ມີການສ້າງຕັ້ງກຸ່ມສະຫະກອນປູກ ແລະ ສະໜອງ
ໝາກກ້ຽງ ດ້ວຍການແຍກອອກເປັນ 2 ພາກສ່ວນ. ສະຫະກອນກຸ່ມປູກມີໝາກກ້ຽງມີ 4 ກຸ່ມມີ 62 ຄອບຄົວ ເຊິ່ງໄດ້ເລີ່ມເກັບຜົນຜະລິດໃນປີ 2017 – 2018 ສາມາດເກັບໄດ້ 2ພັນ 700 ກິໂລ ຂາຍໃນລາຄາ 10 ພັນກີບເປັນເງິນ 27 ລ້ານກີບ,ປີ 2019 – 2020 ສາມາດເກັບຜົນຜະລິດໄດ້ 57 ພັນ 200 ກິໂລ ຂາຍໃນລາຄາ 9 ພັນກີບ ເປັນເງິນຢູ່ 514 ລ້ານ 8 ແສນກີບ, ປີ 2021 – 2022 ສາມາດເກັບຜົນຜະລິດໄດ້ 750 ພັນກິໂລ,ຂາຍໃນລາຄາ 8 ພັນກີບ ເປັນເງິນທັງໝົດ 6 ຕື້ກີບ, ສຳລັບປີ 2023 – 2024 ສາມາດເກັບຜົນຜະລິດໄດ້ 8 ແສນ 500 ກິໂລ ຂາຍໃນລາຄາ 15 ພັນກີບ ສາມາດມີລາຍຮັບໄດ້ທັງໝົດ 12 ຕື້ກວ່າກີບ ສັງລວມແລ້ວການປູກໝາກກ້ຽງຫວານ ສາມາດສ້າງລາຍຮັບໃຫ້ແຕ່ລະຄອບຄົວສະມາຊິກໃນກຸ່ມສະຫະກອນສະເລ່ຍຄອບຄົວລະ 193 ລ້ານກີບຕໍ່ຄອບຄົວຕໍ່ປີ