ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເໜີ ກໍານົດຂອບເຂດພື້ນທີ່ 3 ປະເພດປ່າ ແລະ ທີ່ດິນກະສິກໍາຢູ່ແຂວງອັດຕະປືຄືນໃໝ່

Jan 9, 2025

ສະເໜີ ກໍານົດຂອບເຂດພື້ນທີ່ 3 ປະເພດປ່າ ແລະ ທີ່ດິນກະສິກໍາຢູ່ແຂວງອັດຕະປືຄືນໃໝ່
ວັນທີ 8 ມັງກອນ 2025, ທີ່ນະຄອນຫລວງວຽງຈັນ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ຕ້ອນຮັບການຢ້ຽມຢາມພົບປະຂອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື ໃນໄລຍະທີ່ເດີນທາງມາຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ II ປີ 2024.
ສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບວຽກງານໃນຂົງ ເຂດກະສິກຳ ແລະ ປ່າໄມ້ ໂດຍທ່ານເຈົ້າແຂວງ ໄດ້ສະເໜີໃຫ້ຮູ້ ກ່ຽວກັບທິດທາງ ແລະ ເປົ້າໝາຍໃນການພັດທະນາວຽກງານກະສິກໍາ-ປ່າໄມ້ ຕິດພັນກັບການພັດທະ ນາຊີວິດການເປັນຢູ່ຂອງປະຊາ ຊນພາຍໃນແຂວງອັດຕະປື ເປັນຕົ້ນແມ່ນ ການແກ້ ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ການຂະຫຍາຍພື້ນທີ່ການປູກໄມ້ໃຫ້ໝາກທີ່ເປັນພືດເສດຖະກິດ.
ເຈົ້າແຂວງອັດຕະປື ໄດ້ສະເໜີໃຫ້ ກະຊວງກະສິກໍາ ແລະ ປ່າໄມ້ ຊ່ວຍສະໜັບສະ ໜູນ ທາງດ້ານເຕັກນິກວິຊາການ ເພື່ອໃຫ້ປະຊາຊົນ ແຂວງ ອັດຕະປື ມີຄວາມຮູ້-ຄວາມສາມາດຜະລິດ ແລະ ສ້າງລາຍຮັບດ້ວຍຕົວເຂົາເຈົ້າເອງຢ່າງຍືນຍົງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ.
ໃນໂອກາດການພົບປະຄັ້ງນີ້ ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເຫັນ ດີຕໍ່ການນຳສະເໜີ ໂດຍໃຫ້ມີການປະສານສົມທົບຂອງພະແນກການ ແລະ ກົມວິຊາ ການທີ່ກ່ຽວຂ້ອງໂດຍສະເພາະ ການກໍານົດຂອບເຂດພື້ນທີ່ 3 ປະເພດປ່າ ແລະ ທີ່ດິນກະສິກໍາ ຢູ່ ແຂວງອັດຕະປື ໂດຍສະເພາະຢູ່ເມືອງ ສະໜາມໄຊ ທີ່ໄລຍະຜ່ານມາໄດ້ຮັບຜົນກະ ທົບຈາກໄພພິບັດທາງທໍາມະຊາດ ແລະ ໄດ້ມອບຂໍ້ມູນແຜນທີ່ການກຳນົດແບ່ງເຂດທີ່ດິນກະສິກຳ ຮອດປີ 2030 ແລະ ແຜນທີ່ການກຳນົດທີ່ຕັ້ງ 3 ປະເພດປ່າຂອງແຂວງອັດຕະປື ເຊິ່ງເປັນຂໍ້ມູນອັນສໍາຄັນທີ່ເປັນພື້ນຖານ ສໍາລັບການກໍານົດ ແລະ ວາງແຜນການນໍາໃຊ້ທີ່ດິນໃຫ້ແຂວງອັດຕະປື ຕື່ມອີກ.