ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖະແຫລງຂ່າວແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາ ຄຊປປລ

Jan 9, 2025

ໃນວັນທີ 9 ມັງກອນ 2025 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ໄດ້ຖະແຫລງຂ່າວການແຂ່ງຂັນກິລາເຕະບານ ຊີງຂັນສະຫາຍເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ໂດຍການເປັນປະທານ ທອງລີ ສີສຸລິດ ຮອງເລຂາ ຄຊປປລ, ຄະນະຮັບ ຜິດ ຊອບຈັດການແຂ່ງຂັນ, ມີ ທ່ານ ຈັນທະວົງ ສິລິປັນຍາ ຮອງຫົວໜ້າກົມ ກິ ລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກບັນດາບໍລິ ສັດຜູ້ອຸປະຖຳ, ນັກກິລາເຂົ້າຮ່ວມ.
ການແຂ່ງຂັນກິລາບານເຕະໃນຄັ້ງນີ້ ແມ່ນການຮ່ວມມືລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກັບກະຊວງສຶກສາທິການ ແລະ ກິລາ ແລະ ພາກທຸລະກິດ ເຊິ່ງປະກອບມີບໍລິສັດຮຸ່ງອາລຸນການຄ້າ ເອເລັກໂຕຣນິກ, ບໍລິສັດຜະລິດຊຸດກິລາອີໂວ ແລະ ສະໜາມກິລາ ລ້ານຊ້າງອິນທຣາ, ເຊິ່ງການຈັດການແຂ່ງຂັນດັ່ງກ່າວ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດຂອງພັກຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມນັ້ນ ກໍເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຄົບຮອບ 70 ປີ; ເພື່ອເປັນການຜັນຂະຫຍາຍວາລະແຫ່ງຊາດ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ເຊິ່ງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມ ເຍົາວະຊົນຫັນມາຫລິ້ນກິລາ ແລະ ຫ່າງໄກຈາກຢາເສບຕິດ; ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງຄະນະຊາວໜຸ່ມ ບັນດາອົງການ, ກະຊວງ, ນະຄອນຫລວງວຽງຈັນ.
ທີມທີ່ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ມີຄະນະກິລາຊາວໜຸ່ມຈາກບັນດາອົງ ການ, ກະຊວງ ແລະ ນະຄອນຫລວງເຂົ້າຮ່ວມກວ່າ 20 ທີມ. ໃນນັ້ນ, ແບ່ງອອກເປັນ 4 ສາຍ (A B C D) ໂດຍເລີ່ມການແຂ່ງຂັນແຕ່ວັນທີ 15 ມັງກອນ ຫາ 25 ກຸມພາ 2025 ໂດຍຈະແຂ່ງຂັນທຸກວັນຈັນ-ວັນພະຫັດ, ເວລາ 14:00- 16:00 ໂມງ, ມື້ລະ 2 ຄູ່ ທີ່ເດີ່ນເຕະບານລ້ານຊ້າງ.
ສຳລັບຂອງຂວັນລາງວັນ ທີ 1 ໄດ້ເງິນສົດ 20.000.000 ກີບ ພ້ອມຂັນລາງ ວັນ 01 ໜ່ວຍ ແລະ ຫລຽນຄໍາ 35 ໜ່ວຍ ພ້ອມໃບຍ້ອງຍໍ; ທີ 2 ເງິນສົດ 15.000.000 ກີບ ພ້ອມຫລຽນເງິນ 35 ໜ່ວຍ ພ້ອມໃບຍ້ອງຍໍ; ທີ 3 ໄດ້ເງິນ ສົດ 10.000.000 ກີບ ພ້ອມຫລຽນທອງ 35 ໜ່ວຍພ້ອມໃບຍ້ອງຍໍ; ທີ 4 ເງິນສົດ 5.000.000 ກີບ ພ້ອມໃບຍ້ອງຍໍ. ຂະນະທີ່ທີມມາລະຍາດດີເດັ່ນ ຂັນ 1 ໜ່ວຍ, ນັກເຕະດີເດັ່ນ ຂັນ 1 ໜ່ວຍ, ຜູ້ຍິງປະຕູຫລາຍ ຂັນ 1 ໜ່ວຍ, ຜູ້ສົ່ງໃຫ້ຍິງປະຕູຫລາຍ ຂັນ 1 ໜ່ວຍ, ນັກເຕະເກັ່ງຮອບດ້ານ ຂັນ 1 ໜ່ວຍ, ທີມກອງເຊຍດີເດັ່ນ 3 ທີມ ຂັນທີມລະ 1 ໜ່ວຍ, ຜູ້ຮັບປະຕູດີເດັ່ນ ຂັນ 1 ໜ່ວຍ, ຄູຝຶກດີເດັ່ນ ຂັນ 1 ໜ່ວຍ.
ຂ່າວ-ພາບ: ຢ່າຕົ່ງ