ວັນທີ 9 ມັງກອນ 2025 ນີ້, ຄະນະນໍາ ອົງການໄອຍະການປະຊາຊົນ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (9/1/1990-9/1/2025) ນຳໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ຄະນະພັກ-ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງ-ນະຄອນຫລວງ ແລະ ອົງການໄອຍະການປະຊາຊົນ 17 ແຂວງ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການທະຫານຂັ້ນສູງ ແລະ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.
ການວາງກະຕ່າດອກໄມ້ ຄັ້ງນີ້, ເປັນການເຄົາລົບ, ລະນຶກເຖິງຄຸນງາມຄວາມດີອັນປະເສີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ທັງເປັນແບບຢ່າງທີ່ດີ ໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ລາວທັງຊາດ ໂດຍທ່ານໄດ້ອຸທິດຊີວິດ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມແຂງ ຕະຫລອດມາ. ພ້ອມນີ້, ຍັງງເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ນຳພາປະຊາຊົນລາວທັງຊາດ ລຸກຮື້ຂຶ້ນຕໍ່ສູ້ຕ້ານພວກຈັກກະພັດຕ່າງດ້າວ ຈົນໄດ້ຮັບໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາ ສູ່ປະຊາຊົນລາວບັນດາເຜົ່າ ຕະຫລອດໄລຍະທີ່ຜ່ານມາ. ຍາມໃດປະທານກໍອຸທິດຕົນເພື່ອຊາດ, ເພື່ອປະຊາຊົນດ້ວຍນໍ້າໃຈບໍລິສຸດ ມີນໍ້າໃຈເດັດດ່ຽວກ້າຫານ, ດຸໝັ່ນ, ປະຢັດ, ມີທັດສະນະມະຫາຊົນສະເໝີຕົ້ນສະເໝີປາຍ, ທັງນຳພາດ້ານທິດສະດີ, ນັກວິທະຍາສາດທີ່ມີວິໄສທັດກວ້າງໄກ, ສາມາດຕີລາຄາຊັ່ງຊາສະພາບການທັງພາຍໃນ ແລະ ສາກົນໄດ້ຢ່າງແມ່ນຢຳ ແລະ ກາຍເປັນຜູ້ນຳທີ່ດີເດັ່ນ ແລະ ເປັນວິລະບູລຸດຂອງຊາດລາວ ທີ່ໄດ້ນຳພາປວງຊົນບັນດາເຜົ່າ ຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໃນໂອກາດນີ້້, ຄະນະພັກ, ຄະນະການນໍາ ອົງການໄອຍະການປະຊາຊົນສູງສຸດ ໃຫ້ຄຳໝັ້ນສັນ ຍາຕໍ່ທ່ານປະທານ ໄກສອນ ພົມວິຫານ ວ່າ: ຈະຕັ້ງໜ້າຮໍ່າຮຽນເອົາແບບຢ່າງທີ່ດີ ແລະ ເຕັມໄປດ້ວຍຄຸນສົມບັດ, ສິນທໍາປະຕິວັດ ແລະ ຜ່ານຜ່າທຸກຄວາມຫຍຸ້ງຍາກ ໃນການຕໍ່ສູ້ກູ້ຊາດອັນຜ່ອງໃສຂອງປະທານ ແລະ ພ້ອມກັນເດີນຕາມແນວທາງນະໂຍບາຍຂອງປະທານຕັ້ງໄວ້ ຢ່າງບໍ່ມີວັນປ່ຽນແປງ, ຂໍໃຫ້ຄຸນງາມຄວາມດີຂອງທ່ານ ຢືນຢົງຢູ່ກັບພາລະກິດປະຕິວັດ ແລະ ຝັງແໜ້ນໃນດວງໃຈ ຂອງປະຊາຊົນລາວທັງຊາດຕະຫລອດໄປ ໂດຍສະເພາະ ແມ່ນພະນັກງານອົງການໄອຍະການປະຊາຊົນ.
ທີ່ມາ: ຂປລ





