ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດຮັບຮອງສະຫວັນນະເຂດ ເປັນແຂວງຢຸດຕິການຖ່າຍຊະຊາຍ

Jan 9, 2025

ພິທີປະກາດຮັບຮອງເອົາແຂວງສະຫວັນນະເຂດ ເປັນແຂວງຢຸດຕິການຖ່າຍຊະຊາຍ ຈັດຂຶ້ນໃນຕອນເຊົ້າວັນທີ 9 ມັງກອນ 2025 ທີ່ຫໍວັດທະນະທຳໄກສອນ ພົມ ວິຫານ ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ດຣ ໄພມະນີ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ການນຳ 14 ເມືອງ, ນະຄອນໄກສອນພົມວິຫານ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ນາງ ຫຼິງທອງແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ກ່າວເປີດພິທີຢ່າງເປັນທາງການວ່າ: ວຽກງານການປັບປຸງ ແລະ ສະໜອງນ້ຳສະອາດ, ການສຸຂາພິບານ ແລະ ອະນາໄມ, ການລ້າງມືດ້ວຍສະບູ, ການບໍລິໂພກອາຫານສະອາດປອດໄພ ແລະ ການປະຕິບັດອະນາໄມຂອງບຸກຄົນ ຈະເຮັດໃຫ້ຊຸມຊົນມີສຸຂະພາບດີ ແລະ ມີຄຸນນະພາບການດຳລົງຊີວິດທີ່ດີຂຶ້ນ. ນອກຈາກນັ້ນ, ຈະເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍ ໄດ້ຫຼຸດຜ່ອນພາລະແບກຫາບ ຫຼື ຊອກຫານ້ຳມາຮັບໃຊ້ໃນຄົວເຮືອນ, ການມີວິດຖ່າຍເພື່ອຊົມໃຊ້ ຈະເອື້ອອຳນວຍໃຫ້ເຂົາເຈົ້າໄດ້ເຮັດວຽກປະຈຳວັນຫຼາຍຂຶ້ນ, ປະ ກອບສ່ວນກັບວຽກງານອື່ນໆ ໃນຊຸມຊົນ ຢ່າງມີປະສິດທິຜົນ. ການມີວິດຖ່າຍຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ພະຍາດທີ່ຈະເກີດຂຶ້ນເຊັ່ນ: ຖອກທ້ອງ, ທ້ອງບິດ, ແລະ ອື່ນໆ ເພື່ອປະຕິບັດຕາມນະໂຍບາຍແຫ່ງຊາດ ໃຫ້ບັນລຸລຶບລ້າງການຖ່າຍຊະຊາຍທົ່ວປະ ເທດພາຍໃນປີ 2025 ທີ່ອົງການປົກຄອງແຂວງສະຫວັນນະເຂດໄດ້ໄປຮັບຮອງຮ່ວມກັບບັນດາທ່ານຮອງເຈົ້າແຂວງ 18 ແຂວງທົ່ວປະເທດ ໃນປີ 2019 ທີ່ຜ່ານມາ ແລ້ວແຂວງສະຫວັນນະເຂດກໍໄດ້ນໍາມາຜັນຂະຫຍາຍ ຮ່ວມກັບ ເຈົ້ານະຄອນ ແລະ ບັນດາເຈົ້າເມືອງ 14 ເມືອງ ວ່າຈະລົບລ້າງການຖ່າຍຊະຊາຍຢູ່ແຂວງສະຫວັນນະເຂດ ໃຫ້ໄດ້ໃນປີ 2024 ແລະ ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍ ໃນງວດ I ປີ 2025.
ນອກຈາກນັ້ນ, ຍັງໄດ້ຜັນຂະຫຍາຍ 11 ຕົວຊີ້ບອກ ດ້ວຍການກໍານົດຄາດ ໝາຍສູ້ຊົນສະເພາະຂອງແຂວງສະຫວັນນະເຂດ ແມ່ນໄດ້ສຸມທຶນຮອນງົບປະມານຂອງແຂວງໃສ່ວຽກງານດັ່ງກ່າວນີ້ ເປັນເງິນຈໍານວນ ເກືອບ 2 ຕື້ກີບ.
ຜ່ານການສັງລວມປະເມີນຜົນຂອງຄະນະວິຊາການກົມກ່ຽວຂ້ອງ ແລະ ການນຳກະຊວງສາທາລະນະສຸກ ພ້ອມນີ້ ໃນ 11 ຕົວຊີ້ບອກລວມທົ່ວແຂວງ ກໍສາມາດບັນລຸໄດ້ 8 ຕົວຊີ້ບອກ ແລະ ຍັງຄ້າງ 3 ຕົວຊີ້ບອກທີ່ບໍ່ບັນລຸໄດ້ເຊັ່ນ: ວຽກງານສັກວັກຊິນກັນພະຍາດ, ການເກີດລູກຢູ່ສະຖານທີ່ບໍລິການ ແລະ ວຽກງານສະໜອງນໍ້າສະອາດໃນເຂດຊົນນະບົດ.
ໂອກາດດັ່ງກ່າວ ທ່ານ ດຣ ໄພມະນີ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາ ທາລະນະສຸກ ໄດ້ມີຄຳເຫັນວ່າ: ວຽກງານຊຸມຊົນເປັນເຈົ້າດ້ານສຸຂານາໄມ ແມ່ນວຽກໜຶ່ງທີ່ມີຄວາມຈຳເປັນ ຈະຕ້ອງໄດ້ພ້ອມພຽງກັນເຮັດໃຫ້ໄດ້ ໃນຂອບເຂດທົ່ວປະ ເທດ ເພາະເປັນການປະຕິບັດຫຼັກການ ສຸຂານາໄມ ການກີນໃຫ້ສະອາດ ດື່ມສະອາດ ນຸ່ງຫົ່ມ ໃຫ້ສະອາດ ນັ້ນແມ່ນຄວາມຮັບຜິດຊອບຂອງທຸກຄົນ, ຖ້າເຮົາບໍ່ສາມາດກຳຈັດອາຈົມ ໃຫ້ໄດ້ຢ່າງຖືກວິທີ ເຮົາກໍບໍ່ສາມາດເວົ້າໄດ້ວ່າ ການກິນສະອາດ ເພາະແມງວັນ ເປັນພາຫະນຳເຊື້ອພະຍາດຈາກອາຈົມ ໄປສູ່ອາຫານການກີນ ທີ່ເຮົາບໍ່ໄດ້ປົກປິດ ແລ້ວກໍພາໃຫ້ຜູ້ທີ່ໄດ້ຮັບປະທານອາຫານນັ້ນ ເກີດເປັນຖອກທ້ອງ. ບໍ່ພຽງແຕ່ເທົ່ານັ້ນ ເມື່ອຮອດຍາມຝົນມາ ຖ້າບໍ່ມີການກຳຈັດອາຈົມ ຢ່າງຖືກວິທີ ອາຈົມກໍຈະໄຫຼລົງໄປສູ່ແມ່ນໍ້າ ປະປົນກັບ ພຶດພັກ ແລະ ຖ້າພໍ່ແມ່ປະຊາຊົນ ນຳມາບໍລິໂພກ ໃຊ້ສອຍ ໂດຍບໍ່ໄດ້ຜ່ານການຕົ້ມ ແລະ ຂ້າເຊື້ອພະຍາດ ຈະກໍ່ໃຫ້ມີການເປັນພະຍາດທາງລະບົບລະລາຍໄດ້ ເຊັ່ນ ພະຍາດຖອກທ້ອງ, ໃບໄມ້ໃນຕັບ ແລະອື່ນໆ.
ຈາກນັ້ນໃນພິທີໄດ້ມີການມອບ-ຮັບໃບຢັ້ງຢືນວ່າດ້ວຍການຮັບຮອງເອົາແຂວງສະຫວັນນະເຂດ ເປັນແຂວງຢຸດຕິການຖ່າຍຊະຊາຍເປັນກຽດມອບໂດຍ ທ່ານ ດຣ ໄພມະນີ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ໃຫ້ກຽດຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມນີ້ກໍໍຍັງໄດ້ມີການມອບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກໃຫ້ກັບກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານສຸຂານາໄມຕື່ມອີກ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ