ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສຳເລັດກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ

Jan 9, 2025

ທ່ານ ເພັດ ພົມພີພັກ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ- ຫວຽດນາມ ຮ່ວມກັບ ສະຫາຍ ຫງວຽນ ຈິ ຢຸ້ງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ຖະແຫລງຂ່າວກ່ຽວກັບຜົນສໍາເລັດຂອງ ກອງປະຊຸມ ຄັ້ງທີ 47 ປະຈຳປີ 2025 ຂອງຄະນະກຳມະ ການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ເຊິ່ງຈັດຂຶ້ນໃນວັນທີ 9 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານ ປອ. ເພັດ ພົມພີພັກ ໃຫ້ຮູ້ວ່າ: ກອງປະ ຊຸມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືຂອງສອງຝ່າຍລາວ -ຫວຽດນາມ ຕະຫຼອດ 01 ປີ ຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ເຊິ່ງສາມາດ ສະຫຼຸບ ບາງດ້ານອັນພົ້ນເດັ່ນ ດັ່ງນີ້:
ການພົວພັນຮ່ວມມືດ້ານການເມືອງ, ການຕ່າງປະເທດ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບ ຫຼາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນແລະກັນໃນລະດັບສູງ, ມີການໄປມາລະ ຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ, ເປັນພື້ນ ຖານອັນໜັກແໜ້ນໃຫ້ແກ່ການພົວພັນພິເສດ ຂອງສອງຊາດໃນດ້ານອື່ນໆ ສະໜັບສະໜູນ ໃນຂອບປະຊາຄົມອາຊຽນ, ເວທີພົບ ປະຫຼາຍຝ່າຍ ໃນພາກພື້ນ ແລະ ສາກົນ.
ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ: ສືບ ຕໍ່ໄດ້ຮັບການເສີມຂະ ຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມ ທັນການ, ໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນ.
ການຮ່ວມມືດ້ານເສດຖະກິດ: ສອງຝ່າຍ ລ້ວນແຕ່ມີຄວາມພະຍາຍາມ ຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ຂອງ ສອງກົມການເມືອງ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆ ມາ ເປັນຕົ້ນ:
ດ້ານການຄ້າ: ມູນຄ່າການຄ້າ ລາວ-ຫວຽດນາມ ຄາດຄະເນ ໝົດ​ປີສາມາດບັນລຸໄດ້ຕາມຄາດໝາຍ ທີ່ກຳນົດໄວ້ໃນກອງປະຊຸມຄັ້ງທີ 46; ໃນ ປີ 2024 ບັນລຸໄດ້ 2,2 ຕື້​ໂດ​ລາ ເພີ່ມຂຶ້ນ 34 % ເມື່ອທຽບໃສ່ປີ 2023.
ດ້ານການລົງທຶນ: ໃນປີ 2024, ລັດຖະບານລາວ ໄດ້ອະນຸ ຍາດໃຫ້ວິສາຫະກິດຫວຽດນາມ ເຂົ້າມາລົງທຶນ 12 ໂຄງການ ແລະ ສອງຝ່າຍກໍ່ໄດ້ພະຍາຍາມ, ເປັນເຈົ້າການຮ່ວມກັນເພື່ອຊອກຫາກົນໄກ, ທາງອອກ ເພື່ອຊ່ວຍເຊິ່ງກັນ ແລະກັນ ໃນການຊຸກຍູ້ການຮ່ວມມື-ລົງທຶນຂອງສອງປະເທດ ໃຫ້ມີຄວາມ ສະ ດວກ, ຄ່ອງຕົວຫລາຍຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນໃນຂົງເຂດ ພະລັງງານລົມ ເປັນຕົ້ນ: ພະລັງງານລົມ ເຈື່ອງເຊິນ, ໂຄງ ການພະລັງງານລົມ ສະຫວັນ 1,…ໄດ້ຮັບການຊຸກຍູ້ຈັດຕັ້ງປະຕິ ບັດໄດ້ເປັນຢ່າງດີ.
ການເຊື່ອມຈອດດ້ານຄົມມະນາຄົມ: ສອງຝ່າຍ ໄດ້ເອົາໃຈໃສ່ປະສານສົມທົບ ແລະ ຊຸກ ຍູ້ກັບພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຮ່ວມກັນພັດທະນາພື້ນຖານໂຄງລ່າງຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການ ໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ລະ ຫວ່າງ ສອງປະເທດ ກໍ່ຄືລະຫວ່າງບັນດາປະເທດໃນພາກພື້ນ ເປັນຕົ້ນ: 1).ໂຄງການທ່າທຽບເຮືອຫວຸງອາງ 1, 2 ແລະ 3; 2). ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ​ແລະ 3). ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ .
ການຮ່ວມມືດ້ານວັດທະນະທໍາ-ສັງຄົມ: ກໍ່ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ອັນໄດ້ສ້າງເງື່ອນໄຂ ໃຫ້ບັນດາຊາວໜຸ່ມ, ເຊິ່ງເປັນອານາຄົດຂອງປະເທດຊາດ ລາວ-ຫວຽດ ນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກ ຄີພິເສດ ລະຫວ່າງ ລາວ-ຫວຽດນາມອ້າຍນ້ອງ. ສອງຝ່າຍ ຢືນຢັນຄືນໃນທົດສະວັດໃໝ່ທີ່ຈະມາເຖິງນີ້ ສອງຝ່າຍ ຈະເອົາໃຈໃສ່ຍົກສູງຄຸນ ນະພາບ ຂອງການເລືອກເຟັ້ນນັກສຶກສາລາວ ທີ່ຈະມາສຶກສາຕໍ່ຢູ່ ສສ ຫວຽດນາມ ໃຫ້ໄດ້ຄຸນນະພາບໃໝ່. ໃນປີ 2025, ລັດຖະ ບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງພະນັກງານ,ນັກຮຽນ, ນັກສຶກສາລາວ ໄປຮຽນ ຢູ່ ສສ ຫວຽດນາມ ແມ່ນ 1.160 ທຶນ.
ການຮ່ວມມື ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ນັບມື້ນັບໄກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.
ທ່ານໃຫ້ຮູ້ຕື່ມວ່າ: ໃນກອງປະຊຸມ ໃນຄັ້ງນີ້ ສອງນາຍົກລັດຖະ ມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມເປັນສັກຂີພະຍານ ໃນການລົງນາມ ແລະມອບ-ຮັບເອກະສານຮ່ວມມືເຖິງ 04 ສະບັບ ໃນນີ້, ມີບົດບັນທຶກ ກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ປະ ຈຳປີ 2025, ແຜນການຮ່ວມມື ລະຫວ່າງ ກະຊວງສຶກສາທິ ການ-ກິລາລາວ ແລະ ກະຊວງສຶກສາ-ບໍາລຸງສ້າງຫວຽດນາມ ແລະ ອັນສຳຄັນ ໃນຄັ້ງນີ້ມີການເຊັນສັນຍາວ່າດ້ວຍການຊື້-ຂາຍໄຟຟ້າ ແລະ ຖ່ານຫີນ ລະຫວ່າງສອງຝ່າຍ ຮ່ວມກັນ.
ໃນໂອກາດນີ້ ທ່ານ ເພັດ ພົມພີພັກ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພັກ-ລັດ ແລະ ປະຊາຊົນຫວຽດ ນາມ ອ້າຍນ້ອງ ທີ່ເວລາໃດກໍ່ມີຄວາມເຫັນອົກເຫັນໃຈ ແລະ ໃຫ້ ການອູ້ມຊູຊ່ວຍເຫຼືອໃນດ້ານຕ່າງໆແກ່ ສປປ ລາວ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍຫຼາຍຮູບແບບ. ພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍໃຫ້ຄວາມສຳຄັນຕໍ່ການພົວພັນຮ່ວມມື ສອງຝ່າຍ ລາວ- ຫວຽດນາມ.