ວັນທີ 7 ມັງກອນ 2025 ພະແນກຕໍາຫລວດຈະລາຈອນ ປກສ ແຂວງຫລວງນໍ້າທາ ໄດ້ຕັ້ງຈຸດກວດການັກຂັບຂີ່ ແລະ ໂຄ ສະນາກົດລະບຽບການສັນຈອນຕາມທ້ອງຖະໜົນຫລວງ ຢູ່ເຂດເສັ້ນທາງບ້ານທົ່ງດີ, ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ເພື່ອແນະນໍາໃຫ້ບັນດານັກຂັບຂີ່ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະ ບຽບການສັນຈອນຕາມທ້ອງຖະໜົນຫລວງມີສະຕິ, ມີຄວາມສະມັດລະວັງ, ມີມາລະຍາດໃນການຂັບຂີ່, ເຄົາລົບນັບຖືກົດລະບຽບການສັນຈອນຢ່າງເຂັ້ມງວດ ແນ່ໃສ່ເຮັດໃຫ້ບັນຫາການເກີດອຸບັດຕິເຫດຢູ່ພາຍໃນ ແຂວງຫລວງນໍ້າທາ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.
ຜ່ານການຕັ້ງຈຸດກວດກາຂອງເຈົ້າໜ້າທີ່ ໄດ້ພົບເຫັນຜູ້ທີ່ລະເມີດການສັນຈອນ 8 ຄົນ ດັດແປງສະພາບເຕັກນິກລົດຈັກ 8 ຄັນ, ສ່ວນໃຫຍ່ແມ່ນດັດແປງທໍ່ຄວັນ ເຮັດໃຫ້ສຽງດັງເກີນກຳ ນົດ, ຢາງຕີນລົດນ້ອຍ ເຊິ່ງເປັນການລະເມີດກົດລະບຽບການສັນຈອນທາງບົກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງ ຄົມ.
ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ສ້າງບົດບັນທຶກ ພ້ອມທັງແນະນໍາໃຫ້ພວກກ່ຽວນຳເອົາເຄື່ອງອາໄຫລ່ທີ່ຖືກຕ້ອງຕາມສະ ພາບເຕັກນິກຂອງໂຮງງານມາປ່ຽນໃສ່ຄືນໃຫ້ຖືກຕ້ອງ ຈຶ່ງອະນຸ ຍາດນຳເອົາລົດອອກໄປຊົມໃຊ້ໄດ້.






