ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຂໍ້ມູນກ່ຽວກັບທາງເວັ້ນເບື້ອງຕົ້ນ ເນື່ອງຈາກການປິດນໍາໃຊ້ເສັ້ນ ທາງສາມແຍກໜອງແຕ່ງ ຊົ່ວຄາວ

Jan 9, 2025

1. ສໍາລັບລົດທີຈະເຂົ້າ-ອອກຈາກເສັ້ນທາງໜອງແຕ່ງ ທີ່ມີນໍ້າໜັກລວມບໍ່ເກີນ 15 ໂຕນ ແລະ ມີ ຈຸດປະສົງຊິອອກໄປທາງສີເກີດ ແມ່ນໃຫ້ເວັ້ນອອກໄປທາງຮ່ອມ2 ບ້ານຈັນສະ ຫວ່າງ (ຢູ່ຈຸດທີ່ ປິດຕັນທາງເລີຍ) ອອກໄປໃສທາງດ່ວນເລີຍ, ແຕ່ຖ້າມີຈຸດປະ ສົງຈະອອກ-ເຂົ້າໄປທາງສີໄຄ ແມ່ນເວັ້ນໄປທາງຖໍ້ານໍ້າຍ້ອຍ ອອກໃສບ້ານໜອງໜ້ຽວ-ທົ່ງປົ່ງໄດ້)
2. ສໍາລັບລົດບັນທຸກທີ່ມີນໍ້າໜັກລວມເກີນ 15 T ທີ່ມີຈຸດ ປະ ສົງຈະເດີນທາງໄປທາງສີເກີດ ແມ່ນ ໃຫ້ເວັ້ນອອກທາງຮ່ອມ 11 ບ້ານຈັນສະຫວ່າງ ຫຼື ໄປທາງວຽງຄໍາຈໍາປາ ອອກໃສ ບ້ານນາລຽນ ແລະ ຖ້າມີຈຸດປະສົງຈະເດີນທາງໄປທາງສີໄຄ ກໍໃຫ້ເວັ້ນໄປທາງຖໍ້ານໍ້າຍ້ອຍເຊັ່ນກັນ.
ສໍາລັບໄລຍະເວລາໃນການປິດກໍ່ສ້າງຈຸດທາງສາມແຍກໜອງແຕ່ງແມ່ນຄາດວ່າຈະສໍາເລັດ ແລະ ໃຫ້ເປີດໃຊ້ປົກກະຕິໄດ້ ໃນລະ ຫວ່າງທ້າຍເດືອນ ມັງກອນ ນີ້ ແລະ ຊ້າສຸດຈະບໍ່ເກີນວັນທີ 5 ເດືອນກຸມພາ 2025
( ອ້າງອີງຂໍ້ມູນຈາກ ທ່ານ ດາລາວຽງ ຈັນທະລັງສີ ບໍລິສັດຮັບເໝົາຕັ້ງຈະເລີນ)