ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກຊັນ ຄັ້ງທີ VIII ໄຂຂຶ້ນໃນວັນທີ 9 ມັງກອນ 2025 ນີ້ ຢູ່ສະໂມໃຫຍ່ຂອງເມືອງປາກຊັນ, ພາຍໃຕ້ການເປັນປະທານຂອງສະຫາຍ ແສງອາ ລຸນ ແສງອາພອນ ວ່າການເລຂາຄະນະບໍລິຫານງານພັກເມືອງປາກຊັນ. ມີ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຜູ້ແທນສົມບູນ 135 ສະຫາຍ, ຍິງ 23 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ສະຫາຍ ແສງອາລຸນ ແສງອາພອນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງເປັນຜົນງານໃນການຊີ້ນຳ-ນຳພາຂອງອົງຄະນະພັກເມືອງປາກຊັນ ຕະຫຼອດໄລຍະ 5 ປີຜ່ານມາ ໄດ້ສຸມຈິດໃຈຜັນຂະຫຍາຍມະຕິຂອງອົງຄະນະພັກເມືອງ ຊຸດທີ VII ຂອງຕົນຢ່າງຕັ້ງໜ້າ ໂດຍການຍົກສູງຄວາມສາມາດນຳພາ, ປັບປຸງແບບແຜນວິທີເຮັດວຽກ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ພັດທະ ນາເສດຖະກິດເຂັ້ມແຂງ, ສັງຄົມມີຄວາມສະຫງົບ, ຄຸ້ມຄອງລັດ- ຄຸ້ມສັງຄົມ ດ້ວຍລະບຽບກົດໝາຍຢ່າງໜັກແໜ້ນ ແລະ ຍຸຕິທໍາ, ສິ່ງທີ່ພົນເດັ່ນສາມາດແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ລົດໜ້ອຍຖອຍລົງ ໂດຍສະເພາະແມ່ນການແກ້ໄຂ 4 ເຖື່ອນ, ການພັດທະນາພື້ນຖານໂຄງລ່າງ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ ເນື່ອງ, ລະບົບຄົມມະນາຄົມ-ໂທລະຄົມມະນາຄົມ ແລະ ການນຳໃຊ້ໄຟຟ້າ ກໍໄດ້ເຂົ້າເຖີງພໍ່ແມ່ປະຊາຊົນຢ່າງທົ່ວເຖີງ, ການຜະລິດສະບຽງອາຫານ ສາມາດກຸ້ມກິນ, ແຮໄວ້ ແລະ ຂາຍເປັນສິນຄ້າ,
ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບສະເລ່ຍ 4,53% ຕໍ່ປີ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 28 ລ້ານກວ່າກີບ/ປີ ຫຼື 1.290 ກວ່າໂດລາ, ໄດ້ປະກາດເປັນບ້ານພົ້ນທຸກ, ບ້ານພັດທະນາແລ້ວສຳເລັດ 100%, ມີຄອບຄົວພັດທະນາກວມເອົາ 99,70%, ຄອບຄົວພົ້ນທຸກກວມເອົາ 99,70%, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ 47 ຕົວຊີ້ບອກ, ບັນລຸ 4 ດ້ານ 46 ຕົວຊີ້ບອກ ສະເລ່ຍ 97,87%, ການປະເມີນສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກ ປະຕິບັດໄດ້ 100%. ພ້ອມນີ້ຜູ້ແທນກອງປະຊຸມ ຍັງໄດ້ປະກອບຄຳຄິດເຫັນ ໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VI ຕື່ມອີກ ເຊິ່ງກອງປະຊູມຈະໄດ້ດຳເນີນໄປເປັນເວລາ 2 ວັນ ໃນນັ້ນ ຜູ້ແທນສົມບູນຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນຳພາເມືອງປາກຊັນຕໍ່ໄປ.
ຂ່າວ-ພາບ: ວຽງສະຫວັນ




