ພິທີປະກາດເຈົ້ານະຄອນປາກເຊຜູ້ເກົ່າອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງເຈົ້ານະຄອນປາກເຊ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2025ຜ່ານມາ ທີ່ສະໂມສອນນະຄອນປາກເຊ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ.
ໃນພິທີ, ທ່ານ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຈໍາປາສັກ ວ່າດ້ວຍການອະນຸມັດໃຫ້ພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງອອກພັກການ-ຮັບອຸດໜູນບໍານານ ເຫັນດີໃຫ້ທ່ານ ບົວລີ ເພັດສົງຄາມ ກຳມະການປະຈໍາພັກແຂວງ ເລຂາພັກນະຄອນ ເຈົ້ານະ ຄອນປາກເຊ ອອກພັກການ-ຮັບອຸດໜູນບໍານານ. ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ ສະໄໝທີ VII ບົ່ງຕົວແຕ່ງຕັ້ງສະຫາຍ ສຸພາບ ທໍາມະຮັກສາ ເປັນເລຂາຄະນະບໍລິ ຫານງານພັກ ນະຄອນປາກເຊ ແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງເຈົ້ານະຄອນປາກເຊ ຄື: ແຕ່ງຕັ້ງທ່ານ ສຸພາບ ທໍາມະຮັກສາ ເປັນເຈົ້ານະຄອນປາກເຊ ຜູ້ໃໝ່.
(ຂ່າວ-ພາບ: ຈັນທະວີສັກ ເຊັນສຸດໃຈ)



