ໃນບົດລາຍງານທີ່ ທ່ານ ງາມປະສົງ ເມືອງມະນີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຢູ່ກອງປະຊຸມຄົບຄະນະບໍລິຫານພັກກະຊວງ ຍທຂ ຄັ້ງທີ 18 ສະໄໝ ທີ V ທີໄດ້ເປີດຂຶ້ນຢູ່ຫ້ອງປະຊຸມກະຊວງດັ່ງກ່າວເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນກ່ຽວກັບວຽກໄກ່ເກ່ຍ-ຊົດເຊີຍ ສິ່ງກີດຂວາງຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ວ່າ: ໂຄງການທາງລົດໄຟ ລາວ-ຈີນ ຜ່ານ 4 ແຂວງ ແລະ ນະຄອນຫຼວງວຽງຈັນ ມີຕອນດິນທີ່ຖືກຜົນກະທົບທັງໝົດ 8,472 ຕອນ, ໃນນີ້ ຊົດເຊີຍແລ້ວ ຈຳນວນ 8,182 ຕອນ, ຍັງບໍໍ່ທັນໄດ້ຮັບການຊົດເຊີຍ ຈໍານວນ 290 ຕອນ ແລະ ເນື້ອທີ່ດິນໄດ້ຮັບຜົນກະທົບທັງໝົດ: 2,538.14 ເຮັກຕາ.
ສໍາລັບຄອບຄົວທີ່ຖືກຜົນກະທົບທັງໝົດ: 6,711 ຄອບຄົວ, ໄດ້ຮັບການຊົດເຊີຍແລ້ວ ຈໍານວນ 6,421 ຄອບຄົວ ຊຶ່ງເຫັນວ່າມີຫຼາຍໜ້າວຽກຕິດພັນກັບການກວດສອບ-ກວດກາ ຍັງແກ້ໄຂບໍ່ທັນຂາດຕົວ; ໄດ້ຕິດຕາມ ຊຸກຍູ້ ບໍລິສັດທາງລົດໄຟ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການແກ້ໄຂ 66 ໜ້າວຽກ, ໃນນີ້ ແກ້ໄຂສໍາເລັດ 46 ໜ້າວຽກ, ຍັງຄ້າງ 20 ໜ້າວຽກ ແລະ ໄດ້ປະຊຸມປຶກສາຫາລືກັບ ບໍລິສັດທາງລົດໄຟ ລາວ-ຈີນ ເພື່ອຫາວິທີແກ້ໄຂສ່ວນທີ່ຍັງຄ້າງ; ໄດ້ມີຂໍ້ຕົກລົງແຕ່ງຕັ້ງຄະນະ 5 ຝ່າຍ ປະກອບມີ: ອົງການກວດກາແຫ່ງລັດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ສະຖານທູດຈີນປະຈໍາລາວ, ຄະນະກໍາມະການຮ່ວມມືລາວ-ຈີນ ແລະ ບໍລິສັດທາງລົດໄຟ ລາວ-ຈີນ ເພື່ອແກ້ໄຂບັນຫາຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ຈໍານວນ 198 ຈຸດ ຊຶ່ງປັດຈຸບັນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ຍອມຮັບ ແລະ ກໍາລັງຈະແກ້ໄຂດ່ວນ ຈໍານວນ 9 ຈຸດ ແລະ ສ່ວນທີ່ຍັງເຫຼືອ ຈະລົງກວດກາຮ່ວມກັນ ເພື່ອໃຫ້ເອກະພາບໃນການແກ້ໄຂ.



