ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໜອງບົກຄັ້ງທີ X ໄຂຂື້ນຢ່າງເປັນທາງການ ໃນຕອນເເຊົ້າຂອງວັນທີ 9 ມັງກອນ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍ ຄໍາພອນ ສີກຸມພົນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໜອງບົກ ໂດຍການເຂົ້າຮ່ວມຂອງສະຫາຍ ວັນໄຊ ພອງສະຫວັນ, ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ.
ສະຫາຍ ສຸລິນ ພົມມະໄຊ ຮອງເລຂາພັກເມືອງໄດ້ຜ່ານຮ່າງບົດລາຍງານການເມືອງທັງ 02 ໂດຍໄດ້ຕີລາຄາເຖິງຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IX ຂອງອົງຄະນະພັກເມືອງໜອງບົກໃນໄລຍະ 5 ປີຜ່ານມາ ( 2020 – 2024 ) ເປັນຕົ້ນແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງໜອງບົກ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເຊັ່ນ: ຂົງເຂດປ້ອງກັນຊາດ- ປ້ອງກັນຄວາມສະຫງົບ , ຂົງເຂດເສດຖະກິດ, ຂົງເຂດວັດທະ ນະທໍາ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ,ການປັບປຸງ ແລະເພີ່ມທະວີການຄຸ້ມຄອງ-ບໍລິຫານລັດ, ວຽກແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ , ວຽກງານພົວພັນຕ່າງປະເທດ, ການປັບປຸງ, ກໍ່ສ້າງພັກ, ການຍົກສູງບົດບາດການນໍາພາ ແລະ ລັກສະນະນໍາໜ້າຂອງຄະນະພັກຂັ້ນຕ່າງໆ, ບັນດາຜົນສໍາເລັດດັ່ງກ່າວ ແມ່ນໝາກຜົນການນໍາພາ-ຊີ້ນໍາລວມ, ແບບແຜນວິທີເຮັດວຽກ, ຄວາມຕັດ ສິນໃຈບຸກບືນສູ້ຊົນຂອງຄະນະພັກ, ສະມາຊິກພັກ-ພະນັກງານ ແລະ ການສະໜັບສະໜູນເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມຢ່າງຕັ້ງໜ້າ .
ກອງປະຊູມຍັງໄດ້ຍົກໃຫ້ເຫັນເຖີງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມໃນໄລຍະ 05 ປີ ( 2020 – 2024 ) ທີ່ຜ່ານມາ ແລະ ແຜນພັດທະນາເສດຖະກິດ – ສັງຄົມ 05 ປີຕໍ່ໜ້າ ( 2025 – 2029 ). ເມືອງໜອງບົກ ປະກອບມີ 55 ບ້ານ, ມີ 11,761 ຫຼັງຄາເຮືອນ, ມີ 11,655 ຄອບຄົວ ມີພົນລະເມືອງ 55.300 ຄົນ, ຍິງ 27.656 ຄົນ, ມີ 3 ຊົນເຜົ່າຄື: ເຜົ່າລາວ 72.21%, ເຜົ່າຜູ້ໄທ 24.51% ແລະ ເຜົ່າມະກອງ 3,28%, ປະກອບມີ ເນື້ອທີ່ທັງໝົດ 346,68 ກິໂລຕາແມັດ ໃນນັ້ນ, ດ້ານກະສິກຳມີເນື້ອທີ່ປູກເຂົ້າ 17.477 ເຮັກຕາ, ປູກພືດ 2.797 ເຮັກຕາ, ມີລະບົບຊົນລະປະທານ ຈຳນວນ 33 ແຫ່ງ ສະໜອງນໍ້າ ເຮັດນາແຊງໄດ້ 4.042 ເຮັກຕາ, ມີເນື້ອທີ່ປ່າໄມ້ 242.81 ເຮັກຕາ, ປ່າສະຫງວນມີ 231,36.
ກອງປະຊຸມໄດ້ຮັບຟັງບົດປະກອບຄໍາຄິດເຫັນຈາກຂົງເຂດຕ່າງໆເຊັ່ນ: ຂົງເຂດ ປກຊ-ປກສ , ຂົງເຂດເສດຖະກິດ , ຂົງເຂດວັດທະນະທໍາ-ສັງຄົມ, ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ນອກຈາກນັ້ນແລ້ວໃນກອງປະຊຸມ ຍັງຈະໄດ້ຮັບຟັງ ການຜ່ານບົດສໍາຫຼວດນໍາພາລວມຂອງຄະນະບໍລິຫານງານພັກເມືອງຊຸດເກົ່າ ພິເສດໃນກອງປະຊຸມຄັ້ງນີ້ ຍັງຈະໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະພັກເມືອງຊຸດໃໝ່ ແລະ ດໍາເນີ.ນການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບຸນ ແລະ ສໍາຮອງທີ່ຈະເຂົ້າຮ່ວມກອປະຊຸມໃຫ່ຍຂອງອົງຄະນະພັກແຂວງຄໍາມ່ວນໃນຕໍ່ໜ້າ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ X ຈະໄດ້ດໍາເນີນໄປຮອດວັນທີ 10 ມັງກອນ 2025 ຈິ່ຈະສໍາເລັດ.





