ໃນວັນທີ 09 ມັງກອນ 2025 ທີ່ ຫໍປະຊຸມແຫ່ງຊາດ, ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງທີ 47 (JC 47) ຂອງຄະນະກໍາ ມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ສປປ ລາວ ແລະ ສສ. ຫວຽດນາມ ປະຈຳປີ 2025, ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະ ທ່ານ ຟ້າມ ມິງ ຈິ້ງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໄດ້ເຂົ້າ ຮ່ວມເປັນສັກຂີພິຍານໃນພິທີເປີດໃຫ້ບໍລິການທຸລະກໍາເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ລະບົບການຊໍາລະຍ່ອຍຂ້າມແດນ ໃນຮູບແບບ QR Code ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງປະເທດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
ໂດຍປະຕິບັດຕາມທິດຊີ້ນຳຂອງການນຳຂັ້ນສູງຂອງສອງປະ ເທດ, ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ຫຼື ສະກຸນເງິນຂອງສອງປະເທດ ແຕ່ທ້າຍປີ 2023 ເພື່ອສົ່ງເສີມການນໍາໃຊ້ເງິນ ກີບ-ດົງ ດ້ວຍການເພີ່ມທາງເລືອກໃຫ້ວິສາຫະກິດຂອງທັງສອງປະເທດ ມີທາງເລືອກໃນການນໍາໃຊ້ສະກຸນເງິນຂອງຕົນ ໃນການຊໍາລະລະຫວ່າງກັນເພີ່ມ ຂຶ້ນ ແລະ ທັງເປັນການຫຼຸດຜ່ອນຄວາມກົດດັນດ້ານຄວາມຕ້ອງ ການເງິນຕາຕ່າງປະເທດ ທີ່ກະທົບຕໍ່ຄັງສຳຮອງເງິນຕາຕ່າງປະ ເທດຂອງສອງປະເທດ. ການໃຫ້ບໍລິການໃນຄັ້ງນີ້ ໄດ້ຈັດຕັ້ງດຳ ເນີນງານຢູ່ 02 ໂຄງການ ຄື:
1. ໂຄງການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນ ເພື່ອຊຳລະ ການຄ້າ, ການລົງທຶນ ແລະ ການກູ້ຢືມ ໃຫ້ແກ່ພາກການຄ້າ ແລະ ການລົງທຶນ ລະຫວ່າງກັນ;
2. ໂຄງການເຊື່ອມຕໍ່ການຊຳລະຍ່ອຍຂ້າມແດນໃນຮູບແບບ QR Code ເພື່ອຮອງຮັບການຊໍາລະຄ່າສິນຄ້າ ແລະ ບໍລິການ ໂດຍນໍາໃຊ້ສະກຸນເງິນທ້ອງຖິ່ນ ກີບ-ດົງ ໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງສອງປະເທດ. ການເປີດໃຫ້ບໍລິການໃນໄລຍະເບື້ອງຕົ້ນນີ້ແມ່ນມີພຽງ ສສ. ຫວຽດນາມ ສາມາດມາຊຳລະຜ່ານ QR ສປປ ລາວ ໄດ້, ສ່ວນ ສປປ ລາວ ຈະນໍາໃຊ້ລະບົບຊໍາລະຜ່ານ QR ຢູ່ທີ່ ສສ. ຫວຽດນາມ ໄດ້ນັ້ນແມ່ນຢູ່ໃນໄລຍະທີ່ສອງ ຄາດວ່າຈະຢູ່ໃນທ້າຍປີນີ້.
ທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຟາມ ຕຽນ ຢຸງ ຮອງຜູ້ວ່າການທະນາ ຄານແຫ່ງລັດຫວຽດນາມ ໄດ້ມີຄຳເຫັນ ແລະ ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ເຫັນໄດ້ເຖິງຄວາມສໍາຄັນຂອງການສົ່ງເສີມການນຳໃຊ້ສະກຸນເງິນທ້ອງຖິ່ນ ກີບ-ດົງ ລະຫວ່າງ ສປປ ລາວ – ສສ. ຫວຽດນາມ ແລະ ຈະສືບຕໍ່ຊຸກຍູ້ພັດທະນາວຽກງານດັ່ງກ່າວໃຫ້ມີຄວາມຄືບໜ້າ ສໍາເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້.







