ຄອບຄົວ ນ. ແສງນວນ ແສງປັນຍາວົງ ອາຍຸ 49 ປີ ອາຊີບຄ້າຂາຍ ປະຈຸບັນຢູ່ບ້ານແສງຈະເລີນ ເມືອງພຽງ ແຂວງໄຊຍະບູລີ ກໍ່ແມ່ນຄອບຄົວໜື່ງ ທີ່ເຮັດທຸລະກິດກ່ຽວກັບການຜະລິດຫັດ ຖະກໍາຕໍ່າຫູກຕິດພັນກັບການບໍລິການຈໍາໜ່າຍ ທີ່ເປັນສິຄ້າໂອດ໋ອບ ຂອງເມືອງພຽງ.
ພາຍໃນຄອບຄົວມີນໍາກັນ 7 ຄົນ, ມີແຮງງານຕົ້ນຕໍ 3 ແຮງ ງານ, ໄດ້ລິເລີ່ມລົງທືນໃສ່ການຕໍ່າຫູກຢູ່ພາຍໃນບ້ານມາແຕ່ປີ 1995 ເຊີ່ງເບື້ອງຕົ້ນປະກອບມີລູກຫູກ 40 ກີ່ ມີຕົ້ນທືນໝູນ ວຽນຢູ່ 15 ລ້ານກີບ, ສໍາລັບການຕໍ່າຫູກໃນໄລຍະນັ້ນແມ່ນຜະ ລິດຮັບໃຊ້ພາຍໃນຄອບຄົວ, ຈໍາໜ່າຍພາຍໃນບ້ານ ແລະ ບ້ານໃກ້ຄຽງ ຈາກນັ້ນມາຮອດປີ 2010 ໄດ້ມີແນວທາງນະໂຍບາຍ ຂອງພັກ-ລັດ ໃນການສົ່ງເສີມເສດຖະກິດຄອບຄົວໂດຍເລີ່ມຈາກການຜະລິດແບບຄອບຄົວ ມາຜະລິດເປັນສິນຄ້າທີ່ຕິດພັນກັບກົນໄກຕະຫຼາດ ເຫັນວ່າຄອບຄົວ ຂອງຕົນເອງ ແລະ ຄອບຄົວເອື້ອຍນ້ອງແມ່ຍິງ, ສະມາຊິກພາຍໃນກຸ່ມມີຄວາມເຂັ້ມແຂງຂື້ນ.
ຮອດປີ 2016 ຕົນເອງໄດ້ຕັດສິນໃຈລົງທືນຂະຫຍາຍກິດຈະກໍາອອກໄປຕື່ມອີກ ພ້ອມທັງຊຸກຍູ້ສົ່ງເສີມສະມາຊິກຕໍ່າຫູກໃຫ້ຫຼາຍຂື້ນ ແລະ ເປັນທີ່ຍອມຮັບ ຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ພ້ອມນີ້ຍັງໄດ້ເຄື່ອນໄຫວເປັນຕົວແທນ ຂອງເມືອງ ຂອງແຂວງ ໄປວາງສະແດງຜະລິດຕະພັນຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດຫຼາຍຄັ້ງ, ຜະລິດຕະພັນແຜ່ນແພເຜົ່າລື້ ຂອງຕົນເອງກໍ່ໄດ້ປະກາດຮັບຮອງນໍາໃຊ້ກາໝາຍແຫ່ງຊາດ ສິນຄ້າ ໜື່ງເມືອງ ໜື່ງຜະລິດຕະພັນ (ໂອດ໋ອບ) ໃນວັນທີ 9 ມັງກອນ 2016.
ມາຮອດປະຈຸບັນ ມີກີ່ທັງໝົດ 220 ກີ່ ລວມມີ 5 ບ້ານ ມີທືນໝູນວຽນ 650 ລ້ານກີບ, ຜະລິດຕະພັນປະກອບມີ: ສີ້ນລື້, ຜ້າບ່ຽງລື້, ດອກແຂມເສື້ອລື້, ແພຕັດເສື້ອ, ຜ້າປູໂຕະ, ຖົງ, ຜ້າ ພັນຄໍ, ສິ້ນລາຍຕ່າງໆ ແລະ ຜະລິດຕະພັນປະຍຸກອື່ນໆ ຕາມການສັ່ງຈອງ ແລະ ຕາມຄວາມຕ້ອງການ ຂອງຕະຫຼາດ.
ສໍາລັບຮູບແບບການສົ່ງເສີມ ຂອງຕົນເອງແມ່ນອອກຕົ້ນທືນໃຫ້ສະມາຊິກທັງໝົດກ່ອນພາຍຫຼັງສະມາຊິກຜະລິດສໍາເລັດແລ້ວ ຕົນເອງໄດ້ຮັບຊື້ໂດຍຄິດໄລ່ຄ່າຕອບແທນສອງຮູບແບບ ຄື: ຮູບ ແບບໜື່ງ: ແມ່ນຄິດໄລ່ເປັນຄ່າແຮງງານ. ຮູບແບບທີ່ສອງ: ແມ່ນຊື້ເອົາຜະລິດຕະພັນ ໂດຍຫັກຕົ້ນທືນທີ່ຕົນເອງ ລົງທືນອອກກ່ອນ. ການຈໍາໜ່າຍຜະລິດຕະພັນ ພາຍຫຼັງທີ່ໄດ້ຜະລິດແລ້ວ ກໍ່ນໍາມາວາງຂາຍຢູ່ໜ້າຮ້ານ ແລະ ໄປວາງສະແດງຂາຍຕາມງານບຸນສໍາຄັນຕ່າງໆ ທີ່ທາງເມືອງ, ແຂວງ, ສູນກາງ ແລະ ຕ່າງປະເທດຈັດຂື້ນ ແລະ ສົ່ງອອກຕາມການສັ່ງຈອງຂອງລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ. ເປັນການສ້າງລາຍຮັບໃຫ້ຄອບຄົວ ຈໍານວນ 1.200 ລ້ານກີບຕໍ່ປີ, ຄິດໄລ່ຕົ້ນທືນອອກ ມີກໍາໄລຢູ່ປະມານ 120 ລ້ານກີບຕໍ່ປີ. ກິດຈະກໍາຕໍາຫູກ ຂອງຄອບຄົວຕົນເອງໄດ້ມີທ່າຂະຫຍາຍຕົວນັ້ນ ກໍ່ຍ້ອນມີແນວທາງນະໂຍບາຍອັນສະຫຼາດສ່ອງໃສ ແລະ ຖືກຕ້ອງ ຂອງພັກ-ລັດ, ການຈັດຕັ້ງທຸກຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນ ຫ້ອງການອຸສາຫະກໍາ ແລະ ການຄ້າເມືອງພຽງ ທີ່ລົງມາຊຸກຍູ້ສົ່ງເສີມ ຊ່ວຍໃຫ້ຄໍາຄິດຄໍາເຫັນຊີ້ແນະຊ່ອງທາງກິດຈະກໍາຕໍ່າຫູກ. ໄປຄຽງຄູ່ກັນນັ້ນຫ້ອງການສະຫະພັນແມ່ຍິງເມືອງ ກໍ່ໄດ້ຊ່ວຍຊຸກຍູ້ປຸກລະດົມຂົນຂວາຍເອື້ອຍນ້ອງແມ່ຍິງ ໃນການສ້າງລາຍຮັບພາຍໃນຄອບ ຄົວໂດຍການຕໍ່າຫູກ ທັງເປັນການສ້າງວຽກເຮັດງານທໍາໃຫ້ເອື້ອຍນ້ອງແມ່ຍິງພາຍໃນເມືອງ.
ສໍາລັບທິດທາງແຜນການໃນຕໍ່ໜ້າ ສະເໜີຂັ້ນເທິງຊ່ວຍຊອກຕະຫຼາດສົ່ງອອກຢູ່ຕ່າງປະເທດເພີ່ມຂື້ນແລະ ຈະໄດ້ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຂອງເມືອງ, ຂອງແຂວງ ໃນການລົງທືນສົ່ງເສີມຫັດຖະກໍາຕໍ່າຫູກນີ້ໃຫ້ຂະຫຍາຍຕົວຂື້ນໄປເລີ້ອຍໆ ໃຫ້ມີຄວາມຍືນຍົງ ແລະ ຄຽງຄູ່ກັບຄົນລາວ ໂດຍສະເພາະແມ່ນເຜົ່າລື້ ແລະ ເອື້ອຍນ້ອງແມ່ຍິງເມືອງພຽງຕະຫຼອດໄປ.
ບົດ-ພາບ: ສົມປະສົງ ສິດທິໄຊ







