ວັນທີ 9 ມັງກອນ 2025 ເມືອງຊານໄຊ ແຂວງອັດຕະປື, ໄດ້ຈັດພິທີເປີດສູນບໍລິການຜ່ານປະຕູດຽວ ຂື້ນທີ່ສະໂມສອນຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສູວັນສີ ແກ້ວວີເສີດ ເຈົ້າເມືອງຊານໄຊ, ມີທ່ານ ບຸນທະມະລີ ໝັ້ນອານົງ ກຳມະການພັກແຂວງ, ຫົວໜ້າພະແນກ ພາຍໃນແຂວງອັດຕະປື, ມີບັນດາທ່ານຄະນະນໍາຂອງເມືອງ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສູວັນສີ ແກ້ວວີເສີດ ເຈົ້າເມືອງຊານໄຊ ໄດ້ກ່າວມີຄໍາເຫັນວ່າ: ການສ້າງຕັ້ງສູນບໍລິການຜ່ານປະຕູດຽວຢູ່ເມືອງຊານໄຊ ໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານລັດ ແລະ ອົງການຈັດຕັ້ງຕ່າງໆຂອງເມືອງ ມີການປ່ຽນແປງໃໝ່ໃນທິດທາງທີ່ດີຂື້ນ, ມີຄວາມສັກສິດ, ໂປ່ງໃສ, ມີສະຕິຄວາມເປັນເຈົ້າຂອງສັງຄົມໃນການປະຕິບັດລະບຽບສູງຂຶ້ນ, ພໍ່ແມ່ປະຊາ ຊົນບັນດາເຜົ່າສາມາດເຂົ້າເຖິງການບໍລິການຂອງລັດຢ່າງມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
ສູນບໍລິການຜ່ານປະຕູດຽວເມືອງຊານໄຊ ເປັນສູນບໍລິການຜ່ານປະຕູໃນຮູບແບບໃໝ່ ເຊິ່ງເປັນເສນາທິການໃຫ້ແກ່ຄະນະພັກອົງການປົກຄອງເມືອງ, ປັບປຸງບູລະນະການຈັດຕັ້ງ ແລະ ແບບ ແຜນວິທີເຮັດວຽກຂອງອົງການລັດ, ຍົກສູງປະສິດທິພາບ ແລະ ປະສິດທິຜົນໃນລະດັບວິຊາການ ແລະ ຄຸນນະທຳ, ຈັນຍາບັນຂອງພະນັກງານ-ລັດຖະກອນໃຫ້ສູງຂຶ້ນ, ຈຸດປະສົງ ແລະ ລະດັບຄາດ ໝາຍກໍ່ເພື່ອເຮັດໃຫ້ການບໍລິຫານລັດຂອງອົງການຈັດຕັ້ງຕ່າງໆປັບປຸງການພົວພັນລະຫວ່າງອົງການບໍລິຫານລັດກັບປະຊາຊົນ ແລະ ອົງການຈັດຕັ້ງຕ່າງໆຂອງເມືອງ ມີການປ່ຽນແປງໃໝ່ຢ່າງເລິກເຊິ່ງ, ເຮັດໃຫ້ການບໍລິການໃນການອະນຸຍາດຕ່າງໆຂອງປະ ຊາຊົນ ຫຼື ອົງການຈັດຕັ້ງມີຄວາມສະດວກ, ວ່ອງໄວ, ທັນເວລາ, ສາມາດກວດສອບໄດ້, ເຮັດໃຫ້ການບໍລິການຂອງລັດມີປະສິດ ທິພາບ, ສອດຄ່ອງກັບການບໍລິຫານລັດແບບໃໝ່ໃນໜ້າວຽກຕ່າງໆໃຫ້ເລິກເຊິ່ງກວ້າງຂວາງ.
ປັດຈຸບັນເມືອງຊານໄຊ ໄດ້ສໍາເລັດການກໍ່ສ້າງອາຄານສະຖານ ທີ່ເຮັດວຽກ ຂອງສູນບໍລິການຜ່ານປະຕູດ່ຽວ ຈໍານວນ 1ຫຼັງ, ມີລວງຍາວ 13 ແມ້ດ, ກວ້າງ 8 ແມ້ດ, ລວມມູນຄ່າການກໍ່ສ້າງທັງໝົດ 324 ລ້ານກວ່າກີບ, ມີພະນັກງານ-ລັດຖະກອນທີ່ປະຈໍາສູນເຮັດວຽກຈໍານວນ 13 ທ່ານ, ຍິງ 5 ທ່ານ, ທີ່ມາຈາກ 11 ຫ້ອງການອ້ອມຂ້າງເມືອງ.
ຂ່າວ-ພາບ: ອັດອີສານ





