ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 7ມອບໃຫ້ນັກຮຽນທີ່ດອຍໂອກາດ ເມືອງຄອບ ຈໍານວນ 10 ຄັນ.

Jan 10, 2025

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2025 ນີ້ ຢູ່ທີ່ມະໂມສອນຂອງເມືອງ ຄອບ ແຂວງ ໄຊຍະບູລີ, ໄດ້ຈັດພິທີມອບ-ຮັບກລົດຖີບ ໂດຍໃຫ້ກຽດການເຂົ້າຮ່ວມຂອງທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີ.ທ່ານ ນາງ ວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 7, ກໍາມະການປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ທີ່ໄດ້ຕ່າງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ມອບລົດຖີບໃຫ້ແກ່ອົງການປົກຄອງເມືອງ ຈໍານວນ 10 ຄັນ ໂດຍໃຫ້ກຽດການກ່າວຮັບຂອງ ທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ,ວ່າການເຈົ້າເມືອງໆຄອບ ພ້ອມກັນນີ້ທ່ານ ນາງ ວັນນາ ພົມວິສອນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 7, ກໍາມະການປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ ຍັງໃຫ້ຮູ້ຕື່ມວ່າ: ລົດຖີບຈໍານວນດັ່ງກ່າວແມ່ນໃຫ້ມອບໃຫ້ນ້ອງນ້ອຍນັກຮຽນບ່ອນຫ່າງໄກຊອກລີກ ແລະ ດອຍໂອກາດ ແຕ່ຮໍ່າຮຽນເກັ່ງ.
ໃນໂອກາດດັ່ງກ່າວທ່ານ ສົມນຶກ ສິງຄໍາ ເລຂາພັກເມືອງ,ວ່າການເຈົ້າເມືອງໆຄອບ ໄດ້ສແດງຄວາມຂອບອົກຂອບໃຈມາຍັງ ຄະນະປະຈໍາສະພາປະຊາຊົນແຂວງ ທີ່ເຫັນໄດ້ຄວາມສຳຄັນ ໃນວຽກງານການສຶກສາຂັ້ນເມືອງໃນຄັ້ງນີ້.
#ສະຖານີ​ວິທະຍຸ​ຊຸມຊົນເມືອງຄອບ