ໃນວັນທີ 10 ມັງກອນ 2025 ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຕສ (IICT), ສຖຕ (TPTC) ແລະ ມະຫາວິທະຍາໄລ ຂອນແກ່ນ (KKU) ຣາຊາອານາຈັກໄທ ໂດຍການເຂົ້າຮ່ວມ ຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ພິຍາສີນີ ມູນລະພຶກ, ເອກອັກຄະລັດຖະທຸດ, ທີ່ປຶກສາ ແຫ່ງຣາຊາອານາຈັກໄທ ປະຈຳ ສປປ ລາວ, ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຄະນະນໍາຈາກ ມະຫາວິທະຍາໄລຂອນແກ່ນ, ຄະນະກົມທຽບເທົ່າພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາແຂກທີ່ຖືກເຊີນ ເຂົ້າຮ່ວມຈໍານວນ ທ່ານ.
ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນໄດ້ສຸມໃສ່ ການພັດທະນາ ທາງດ້ານວິຊາການ ແລະ ການສຶກສາ ໂດຍເນັ້ນໃສ່ການຍົກລະດັບ ແລະ ແລກປ່ຽນບົດຮຽນແບບແຜນວິທີການບໍລິຫານການສຶກສາ, ກິດຈະກໍາຂອງນັກສຶກສາ, ພະນັກງານຄູອາຈານ ແລະ ພະນັກງານບໍລິຫານ, ການຄົ້ນຄວ້າວິທະຍາສາດ ທາງດ້ານ ICT, AI, ການຂັບເຄື່ອນດ້ານບຸກຄະລາກອນໃນຍຸກການຫັນເປັນດິຈິຕອນ ຕ້ອງມີຄວາມພ້ອມຮອບດ້ານໃນການປະກອບສ່ວນເຂົ້າໃນວຽກງານຕົວຈິງຮ່ວມກັນ ແລະ ເພື່ອເສີມສ້າງທັກສະທາງດ້ານ AI ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (IICT), ສຖຕ (TPTC) ແລະ ມະຫາວິທະຍາໄລ ຂອນແກ່ນ (KKU) ຣາຊາອານາຈັກໄທ, ນອກຈາກນັ້ນ ຍັງເປັນການສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ອົງ ຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານສະໄໝທີ 3 ແລະ ສະເຫຼີມສະຫຼອງ ວັນດິຈິຕອນ ແຫ່ງຊາດ ປະຈໍາປີ 2025.
ການຮ່ວມລົງນາມກັນໃນຄັ້ງນີ້ ທ່ານ ປອ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ຮສ ຊານໄຊ ພານທອງວິລະກຸນ, ອະທິການບໍດີ ມະຫາວິທະຍາໄລຂອນແກ່ນ, ໂດຍໃຫ້ກຽດເປັນສັກຂີພະຍານຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະນຳທັງສອງຝ່າຍ.
ໃນຕອນທ້າຍຂອງພິທີ, ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວມີຄຳເຫັນຕໍ່ພິທີດັ່ງກ່າວ ຊຶ່ງເປັນງານທີ່ມີຄວາມໝາຍຄວາມສຳຄັນ ເປັນນິມິດໝາຍທີ່ດີ ແລະ ສໍາຄັນ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມືມິດຕະພາບທັງສອງຝ່າຍປະເທດເພື່ອນບ້ານ ແລະ ຊົມເຊີຍເປັນຢ່າງຍິ່ງ ການຮ່ວມມືໃນຄັ້ງນີ້ແມ່ນສຸມໃສ່ໃນການພັດທະນາບຸກຄະກອນຮ່ວມກັນ ຊຶ່ງເຫັນວ່າສອດຄ່ອງກັບວິໄສທັດການພັດທະນາເສດຖະກິດ ດິຈິຕອນ ແຫ່ງຊາດ ໃນໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດ ດິຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດໄລຍະ 5 ປີ (2021-2025).
Cr: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.




