ກອງປະຊຸມໃຫ່ຍ ຄັ້ງທີ XIII ຂອງອົງຄະນະພັກເມືອງຕະໂອ້ຍ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຄັ້ງວັນທີ 10 ມັງກອນ 2025 ນີ້. ຢູ່ທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ໂດຍການເປັນປະທານຂອງສະຫາຍ ຄໍາສະໄຫວ ວິລະກອນ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ,ມີບັນດາການນຳຂັ້ນແຂວງ, ເມືອງ, ແຂກຖືກເຊີນ, ພ້ອມດ້ວຍຜູ້ແທນສົມບູນ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້: ມີຜູ້ແທນສົມບູນເຂົ້າຮ່ວມທັງໜົດຈໍານວນ 131 ສະຫາຍ, ຍິງ 10 ສະຫາຍ ທີ່ມາຈາກບັນດາໜ່ວຍພັກຮາກຖານ ແລະ ກຸ່ມບ້ານໃນທົ່ວເມືອງ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຕະໂອ້ຍຊຸດໃໝ່ ຄັ້ງທີ XIII ເຊິ່ງມີຜູ້ລົງສະໝັກທັງໝົດ 29 ສະຫາຍ,ເລືອກໄດ້ 25 ສະຫາຍ, ຍິງ 4 ສະຫາຍ, ພ້ອມນີ້ໃນກອງປະຊຸມກໍຍັງໄດ້ເລືອກເອົາຄະນະກໍາມະການປະຈໍາພັກເມືອງ ຕື່ມອີກຈໍານວນ 4 ສະຫາຍ, ຍິງ 0 ສະຫາຍ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເຫັນດີເປັນເອກະພາບ ເລືອກຄະນະປະຈໍາພັກເມືອງ ຈໍານວນທັງໝົດ 7 ສະຫາຍ,ຍິງ 1 ສະຫາຍ ເຊິງປະກອບມີ ສະຫາຍ ຄໍາສະໄຫວ ວິລະກອນ, ສະຫາຍ ພັທ ບຸນມີ ສັນຕິສຸກ,ສະຫາຍ ສີສຸວັນ ສາຍເຊໂດນ,ສະຫາຍ ອ່ອນແກ້ວ ໝື່ນວິໄລ, ສະຫາຍ ນາງ ບຸນຖິນ ແກ່ນພົມມາ, ສະຫາຍ ສົມພານ ພົມມະວົງສ້າຍ ແລະ ສະຫາຍ ວຽງໄຊ ມະຫາທິລາດ#ຜ່ານການຄົ້ນຄ້ວາປຶກສາຫາລື ກອງປະຊຸມໄດ້ເລືອກເອົາ ສະຫາຍ ຄໍາສະໄຫວ ວິລະກອນ ເປັນເລຂາພັກເມືອງ ຕະໂອ້ຍ, ສະຫາຍນາງ ບຸນຖິນ ແກ່ນພົມມາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ສະຫາຍ ອ່ອນແກ້ວ ໝື່ນວິໄລ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ; ພ້ອມນີ້ກອງປະຊຸມຍັງໄດ້ເຫັນດີເລືອກເອົາ ສະຫາຍ ສົມພານ ພົມມະວົງ ສ້າຍ ເປັນປະທານກວດກາພັກເມືອງ , ສະຫາຍ ນາງ ແກ້ວມະນີ ເພ້ງພອນ ແລະ ສະຫາຍ ແກ້ວອຸດອນ ທານິນ ເປັນຮອງປະທານກວດກາພັກເມືອງ, ສວ່ນຜູ້ແທນສົມບູນທີ່ໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍ ຂອງອົງຄະນະພັກແຂວງ ຄັ້ງທີ X ມີທັງໝົດ 21 ສະຫາຍ ຍິງ 4 ສະຫາຍ, ສຳຮອງຈໍານວນ 3 ສະຫາຍ.
ໃນໂອກາດນີ້: ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະບໍລິຫານງານພັກເມືອງຕະໂອ້ຍຊຸດໃໝ່ ໂດຍສະຫາຍໄດ້ເນັ້ນໜັກໃຫ້ເພີ່ມທະວີເອົາໃຈໃສ່ ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ຢູ່ແຕ່ລະຂະແໜງການຂອງເມືອງ-ຮາກຖານບ້ານ ໃຫ້ແຂງແຮງ, ເລິກເຊິ່ງກວ່າເກົ່າ ໂດຍຖືເອົາການກະກຽມ ແລະ ສະເຫຼີມສະຫຼອງສາມວັນປະຫວັດສາດ ໃນປີ 2025 ເປັນບັ້ນຫວນຄືນມູນເຊື້ອ ຂອງພັກ, ຂອງຊາດ ເພື່ອສຶກສາອົບຮົມ ແລະ ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ຂອງສະມາຊິກພັກ, ຍົກສູງສິດເປັນເຈົ້າຂອງປະຊາຊົນ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງໃຫ້ເກີດຫຼາຍຕົວແບບໃນການຜະລິດ-ການປູກ, ການລ້ຽງ, ການບໍລິການ ແລະ ອື່ນໆ, ເອົາໃຈໃສ່ວຽກງານວັດທະນະທໍາ-ສັງຄົມ ໃຫ້ສົມສ່ວນ ກັບການພັດທະນາດ້ານເສດຖະກິດ, ຮັບປະກັນການພັດທະນາຊັບພະຍາກອນມະນຸດຢ່າງຮອບດ້ານ, ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ປັບປຸງກໍາລັງ ປກຊ-ປກສ ຂອງເມືອງ ໃຫ້ເຂັ້ມແຂງ ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນທັນສະໄໝ, ສືບຕໍ່ນໍາພາ-ຊີ້ນໍາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ເຮັດວຽກງານ 3 ສ້າງ ໃຫ້ແຂງແຮງກວ່າເກົ່າ, ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ແລ້ວ ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກເມືອງ ໃຫ້ລະອຽດ, ຈະແຈ້ງ, ບໍ່ວ່າຈະແມ່ນວຽກງານຢູ່ຂະແໜງການໃດ, ຂົງເຂດໃດ ເມື່ອໝູ່ຄະນະ, ການຈັດຕັ້ງ ກໍ່ຄືຂັ້ນເທິງໄດ້ມອບໝາຍໃຫ້ໄປຮັບຜິດຊອບ ກໍຕ້ອງເອົາໃຈໃສ່ປະຕິບັດດ້ວຍຄວາມຮັບຜິດຊອບສູງ, ບໍ່ໃຫ້ເລືອກວຽກ, ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່. ພວກເຮົາຕ້ອງເຂົ້າໃຈນໍາກັນຕື່ມອີກວ່າ ການເຂົ້າມາຢູ່ໃນຄະນະບໍລິຫານງານພັກເມືອງ ແມ່ນເຂົ້າມາເພື່ອຮັບໃຊ້ພາລະກິດປະຕິວັດອັນສູງສົ່ງຂອງພັກ ເຮັດທຸກສິ່ງທຸກຢ່າງ ເພື່່ອຄວາມສົມບູນພູນສຸກຂອງປະຊາຊົນ ເພື່ອຄວາມຈະເລີນວັດທະນາ ຂອງປະເທດຊາດ.
ໂດຍ: ຖວທ ເມືອງ






