ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ທຶນການສຶກສາ ໂຄງການ New Graduate Internship Program

Jan 10, 2025

ສາຍງານຊັບພະຍາກອນມະນຸດ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດລາວ ຈັດພິທີມອບ-ຮັບ ທຶນການສຶກສາ ໂຄງການ New Graduate Internship Program (NGIP) ສົກສຶກສາ 2024-2025 ຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນວັນທີ 9 ມັງກອນ 2025, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄະທາຍຸດ ຊູພູນຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ແລະ ທ່ານ ທອງລຸນ ແກ້ວມະນີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ, ມີຄະນະອາຈານ, ນັກຮຽນທີ່ໄດ້ຮັບທຶນ, ຜູ້ປົກຄອງ ແລະ ພະນັກງານບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນສົກສຶກສາ 2024-2025 ນີ້ ມີນັກຮຽນທີ່ໄດ້ຮັບທຶນການສຶກສາຈາກ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈໍານວນ 4 ຄົນ ເຊັ່ນ: ນາງ ແກ້ວຄໍາ ພອນປະເສີດ ໄດ້ຮັບທຶນໃນສາຂາວິຊາ ສື່ສານມວນຊົນ, ທ້າວ ສຸກສະຫວັນ ໂຮມວິຊາ ໄດ້ຮັບທຶນໃນສາຂາວິຊາ ວິສະວະກໍາໄຟຟ້າ, ທ້າວ ສົມດີ ຊົ່ງ ໄດ້ຮັບທຶນໃນສາຂາວິຊາ ວິສະວະກໍາກົນຈັກ ແລະ ນາງ ສາຍດາວັນ ສິດທິໂວຫານ ໄດ້ຮັບທຶນໃນສາຂາວິຊາ ວິສະວະກໍາສິ່ງແວດລ້ອມ.
ສໍາລັບທຶນການສຶກສາໃນ ໂຄງການ New Graduate Internship Program ຫຼື NGIP ນີ້, ເປັນທຶນການສຶກສາທີ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມອບໃຫ້ກັບນ້ອງນັກສຶກສາທີ່ກໍາລັງສຶກສາຢູ່ໃນລະດັບປະລິນຍາຕີ ປີທີ 4 ຂອງມະຫາວິທະຍາໄລແຫ່ງຊາດລາວ ໂດຍບໍລິສັດຈະດໍາເນີນການເລື່ອງສັນຍາຈ້າງງານໄວ້ໃຫ້ນ້ອງນັກສຶກສາກຸ່ມນີ້ ຫຼັງຈາກທີ່ຮຽນຈົບສຶກສາໃນລະດັບປະລິນຍາຕີ ເປັນທີ່ຮຽບຮ້ອຍແລ້ວ ເພື່ອເຂົ້າສູ່ການເປັນພະນັກງານຂອງບໍລິສັດ ໃນໄລຍະເວລາ 2 ປີ ທັງນີ້, ເພື່ອທີ່ທາງບໍລິສັດ ໄດ້ເປັນສ່ວນສໍາຄັນໃນການສະໜັບສະໜູນເຍົາວະຊົນ ທີ່ມີສັກກາຍະພາບໃນການເປັນຜູ້ນໍາ ເພື່ອຂັບເຂື່ອນການປ່ຽນແປງພະລັງບວກໃນສັງຄົມ ຜ່ານການສຶກສາ ຕະຫຼອດເຖິງການສະໜັບສະໜູນໃຫ້ເກີດແນວຄິດ ແລະ ການພັດທະນາທັກສະໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມສາມາດໃນການພັດທະນາຊຸມຊົນ, ສັງຄົມ ແລະ ປະເທດຊາດຕໍ່ໄປ.
ທີ່ມາ: ຂ່າວເສດຖະກິດສັງຄົມ