ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ດຳລັດ 643 ວ່າດ້ວຍການເຂົ້າ-ອອກ ສປປ ລາວ

Jan 10, 2025

ພະແນກພາຍໃນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດ 643 ວ່າດ້ວຍການເຂົ້າ-ອອກ ສປປ ລາວ ຂຶ້ນໃນວັນທີ 10 ມັງກອນ 2025 ທີ່ຫ້ອງປະຊຸມຫ້ອງວ່າການ ນວ ເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຫົວໜ້າຮອງ ຫົວໜ້າກົມ ເຈົ້າເມືອງຮອງເຈົ້າເມືອງ ຫົວໜ້າຮອງຫົວໜ້າພະແນກການ ອົງການທຽບເທົ່າ ຂະແໜງການກ່ຽວຂ້ອງ ບັນດາຫົວໜ້າດ່ານສາກົນ ແລະ ດ່ານປະເພນີຢູ່ໃນ ນວ ເຂົ້າຮ່ວມ.
ການເຜີຍແຜ່ເອກະສານຄັ້ງນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມ ກ່ຽວກັບດໍາລັດ 643 ວ່າດ້ວຍດ່ານເຂົາ-ອອກ ສປປ ລາວ ລວມເຖິງວຽກງານດ່ານຊາຍແດນ ແລະ ສະໜາມບິນສາກົນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ຕິດພັນກັບນະໂຍບາຍການຕ່າງປະເທດ ເຊິ່ງມີໜ້າທີ່ໃນການຈັດຕັ້ງປະຕິບັດລະບຽບກົດໝາຍທັງພາຍໃນ ແລະ ຕ່າງປະເທດ ແລະ ລະຫວ່າງສົນທິສັນຍາຕ່າງໆລະຫວ່າງຊາດ ແລະ ສາກົນ ຈັດສັນຄຸ້ມຄອງການເຂົ້າ-ອອກ ຂອງບຸກຄົນ ພາຫະນະທຸກປະເພດ ແລະ ສິນຄ້າທຸກຊະນິດທີ່ນໍາເຂົ້າ-ອອກລະຫວ່າງປະເທດ ໃຫ້ເປັນລະບົບ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະຕິບັດຖືກຕ້ອງຕາມກົດໝາຍ.
ສຳລັບດຳລັດວ່າດ້ວຍດ່ານເຂົ້າ-ອອກ ສປປ ລາວ ສະບັບເລກທີ 643/ລບ ລົງວັນທີ 25 ພະຈິກ 2024 ໃນດຳລັດສະບັບໃໝ່ນີ້ປະກອບມີ 10 ພາກ ແລະ 83 ມາດຕາ ແລະ ໄດ້ປັບປຸງຈາກດຳລັດສະບັບເກົ່າຫຼາຍຈຸດ.
ທີ່ມາ: ວຽງຈັນໃໝ່