ໜັງສືພິມວຽງຈັນທາຍ ລາຍງານວ່າ: ປີ 2024 ຜ່ານມາ, ສປປ ລາວ ສົ່ງອອກໄຟຟ້າ ໄປຕ່າງປະເທດ ມູນຄ່າລວມ 979,917,451 ໂດລາສະຫະລັດ ກວມເອົາ 15.35% ຕິດອັນດັບ 1 ຂອງການສົ່ງອອກທັງໝົດຂອງ ສປປ ລາວ. ອີງຕາມຕາມສະຖິຕິຈາກ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ.
ໃນປີ 2024 ສປປ ລາວ ມີມູນຄ່າການນຳເຂົ້າ-ສົ່ງອອກທັງໝົດ 16,347.87 ລ້ານໂດລາສະຫະລັດ ໃນນັ້ນ ນຳເຂົ້າ 8,205.96 ລ້ານໂດລາສະຫະລັດ, ສົ່ງອອກ 8,141.91 ລ້ານໂດລາສະຫະລັດ, ຂາດດຸນການຄ້າປະມານ 64.05 ລ້ານໂດລາສະຫະລັດ.
ໃນນີ້, ອັນດັບ 1 ຂອງການສົ່ງອອກທັງໝົດ ແມ່ນ ໄຟຟ້າ ມູນຄ່າລວມ 979,917,451ໂດລາສະຫະລັດ ກວມເອົາ 15.35%, ຕໍ່ມາແມ່ນ ເກືອກາລີ 13% ມູນຄ່າ 829,758,058 ໂດລາສະຫະລັດ; ຄຳປະສົມ-ຄຳແທ່ງ 11.64% ມູນຄ່າ 742,909,007 ໂດລາສະຫະລັດ, ນອກນັ້ນຍັງມີ ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນໃຊ້ໄຟຟ້າ 8.87%; ຢາງພາລາ 7.05%; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 7.04% ແລະ ອື່ນໆ.
ຕະຫຼາດຫຼັກຂອງການສົ່ງອອກຂອງ ສປປ ລາວ ໃນປີ 2024 ໄດ້ແກ່ ສປ ຈີນ ກວມເອົາ 30.38% ມູນຄ່າ 2,419,343,109 ໂດລາສະຫະລັດ; ໄທ 27.09% ມູນຄ່າ 2,156,975,228 ໂດລາສະຫະລັດ, ຫວຽດນາມ 24.16% ມູນຄ່າ 1,924,046,490 ໂດລາສະຫະລັດ; ອົດສະຕຣາລີ 4.29% ມູນຄ່າ 429,061,557 ໂດລາສະຫະລັດ ແລະ ອື່ນໆ.
ສ່ວນການນຳເຂົ້າ ແມ່ນ ອັນດັບ 1 ໄດ້ແກ່ ນໍ້າມັນກາຊວນ ມູນຄ່າກວ່າ 1,060,520,912 ໂດລາສະຫະລັດ ກວມເອົາ 18.34% ຂອງການນຳເຂົ້າທັງໝົດ, ຮອງລົງມາແມ່ນ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະ ນະ) ມູນຄ່າ 892,349,974 ໂດລາສະຫະລັດ 15.44%; ພາຫະນະທາງບົກ (ນອກຈາກລົດຈັກລົດໄຖ) 12.42% ມູນຄ່າ 717,874,636 ໂດລາສະຫະລັດ. ນອກນັ້ນຍັງມີ ຜະລິດຕະ ພັນເຄມີສຳເລັດຮູບ 8.05%; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ກວມເອົາ 6.79% ແລະ ອື່ນໆ.
ປະເທດທີ່ ສປປ ລາວ ນຳເຂົ້າຫຼາຍທີ່ສຸດແມ່ນ ໄທ ກວມເອົາ 42.81% ມູນຄ່າ 3,412,878,020 ໂດລາສະຫະລັດ, ສປ ຈີນ 37.31% ມູນຄ່າ 2,974,954,206 ໂດລາສະຫະລັດ; ຫວຽດນາມ 8.83% ມູນຄ່າ 704,067,359 ໂດລາສະຫະລັດ.



