ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄຕພ ສະຫລຸບວຽກງານຕ່າງປະເທດ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025

Jan 10, 2025

ວັນທີ 10 ມັງກອນ 2025 ນີ້, ຄະນະພົວພັນຕ່າງປະເທດສູນກາງພັກ ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານໃນໄລຍະ 1 ປີ ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະພັກ-ຄະນະນໍາ, ຄະນະກົມ, ພະນັກງານອາວຸໂສບໍານານ ຕະ ຫລອດເຖິງ ພະນັກງານ-ສະມາຊິກພັກຫລັກແຫລ່ງທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການສະຫລຸບຕີລາຄາຄືນການປະຕິ ບັດວຽກງານຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ໃນໄລ ຍະ 1 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້, ບາງດ້ານທີ່ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ທິດທາງແຜນການ ແລະ ຄາດໝາຍສູ້ຊົນສຳລັບປີ 2025. ຈາກນັ້ນ, ສະຫາຍ ເກີລໍ່ ຢ່າງກໍ ຫົວໜ້າກົມຈັດຕັ້ງ-ພະນັກງານ ຂອງຄະນະພົວພັນຕ່າງປະ ເທດສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງເລຂາທິການສູນ ກາງພັກ ສະບັບເລກທີ 307/ຄລສພ, ລົງວັນທີ 29 ພະຈິກ 2024 ວ່າດ້ວຍວ່າດ້ວຍການແຕ່ງຕັ້ງ ສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການຄະນະພັກ ຂຶ້ນເປັນຮອງເລຂາຄະນະບໍລິຫານງານພັກ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜ່ານຂໍ້ຕົກ ລົງວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກຜ່ອນຮັບອຸດ ໜູນ-ບຳນານ 2 ສະຫາຍ, ເລື່ອນຕຳແໜ່ງບໍລິຫານຂັ້ນກົມ 1 ສະຫາຍ, ຂັ້ນຫົວໜ້າພະແນກ 6 ສະຫາຍ ແລະ ຮອງຫົວໜ້າພະແນກ 4 ສະ ຫາຍ, ພ້ອມທັງຍ້ອງຍໍ ພະນັກງານພາຍໃນ ຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ມີຜົນງານດີເດັ່ນ.
ໃນກອງປະຊຸມ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ໃຫ້ກຽດໂອ້ລົມ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ຜົນ ງານທີ່ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ຍາດມາໄດ້ຕະຫລອດ ໄລຍະ 1 ປີ ຜ່ານມາ ໂດຍສະເພາະ ໄດ້ເປັນເຈົ້າການຄົ້ນຄວ້າສະເໜີຂັ້ນເທິງພິຈາລະນາຕົກລົງຂະຫຍາຍການຮ່ວມມືດ້ານພັກເພີ່ມຂຶ້ນຕື່ມອີກ 5 ພັກການເມືອງ. ປັດຈຸບັນ, ພັກປະ ຊາຊົນ ປະຕິວັດລາວ ມີສາຍພົວພັນກັບ 145 ພັກການເມືອງ, ມີສະມາຄົມມິດຕະພາບລາວກັບຕ່າງປະເທດ 20 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເຊິ່ງເປັນການເຮັດສຳເລັດພາລະບົດບາດ ເປັນເສນາທິການໃຫ້ແກ່ສູນກາງພັກ ໃນການເຄື່ອນໄຫວຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ ອັນໄດ້ເຮັດໃຫ້ມີເພື່ອນມິດນັບມື້ນັບເພີ່ມຂຶ້ນ, ບົດບາດຂອງ ພັກ-ລັດເຮົາ ໄດ້ຮັບການຍົກສູງໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ຍັງໄດ້ຊົມເຊີຍບັນດາພະນັກງານ ທີ່ໄດ້ຮັບໜ້າທີ່ໃໝ່ ເຊິ່ງຖືເປັນຄວາມໄວ້ເນື້ອເຊື່ອໃຈຢ່າງສູງຈາກຄະນະພັກ-ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ປະຕິບັດໜ້າທີ່ສຳຄັນ. ນອກນັ້ນ, ກໍໄດ້ມີຄໍາເຫັນ ຊີ້ນໍາໃຫ້ພະນັກງານ-ສະມາຊິກພັກ ຂອງ ຄຕພ ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກ ຄຕພ, ແຜນພັດທະນາ ຄຕພ ແຕ່ປີ 2021- 2025, 2 ວາລະແຫ່ງງຊາດ, ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນຕອນທ້າຍ, ສະຫາຍ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈມານະບຸກບືນ, ຄວາມສາມັກຄີເປັນເອກະພາບພາຍໃນ ຈະເຮັດໃຫ້ການປະຕິບັດໜ້າທີ່ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ສືບຕໍ່ຍາດໄດ້ຜົນສຳເລັດໃຫຍ່ກວ່າເກົ່າ, ສືບຕໍ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໂດຍຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ຮ່ວມມື ຢ່າງສະ ເໝີຕົ້ນສະເໝີປາຍ ແລະ ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມື ແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ ຕາມທິດນຳ ເພີ່ມມິດຫລຸດຜ່ອນສັດຕູ” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງ ປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພ້ອມທັງເພີ່ມທະວີປະສິດທິພາບ ການຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດໃຫ້ປະກົດຜົນເປັນຮູບປະທຳ ເຮັດໃຫ້ການເຄື່ອນ ໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ທັງຂອບການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ຄຕພ