ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ແສງອາລຸນ ແສງອາພອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານພັກ ເມືອງປາກຊັນ

Jan 10, 2025

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງປາກຊັນ, ແຂວງບໍລິຄໍາໄຊ ອັດລົງດ້ວຍຜົນສໍາເລັດໃນວັນທີ 10 ມັງກອນ 2025 ພາຍຫລັງດໍາເນີນມາເປັນເວ ລາ 2 ວັນ ຢູ່ສະໂມສອນໃຫຍ່ຂອງເມືອງ. ມີ ສະຫາຍ ສອນທະນູ ທຳມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄໍາໄຊ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມທັງໝົດ 172 ສະຫາຍ, ຍິງ 27 ສະຫາຍ, ໃນນັ້ນ ມີຜູ້ແທນສົມ ບູນ 135 ສະຫາຍ, ຍິງ 23 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກພາຍໃນແຂວງ 2.181 ສະຫາຍ, ຍິງ 723 ສະຫາຍ.
ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານ ແລະ ໄຊຊະນະຂອງການຈັດຕັ້ງປະຕິບັດແນວທາງແຜນນະ ໂຍບາຍ, ມະຕິ ຄັ້ງທີ XI ຂອງພັກ, ມະຕິ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ອົງ ຄະນະພັກເມືອງປາກຊັນໃນໄລຍະຜ່ານມາ; ພ້ອມນັ້ນກໍໄດ້ຊອກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຕ່າງໆ ເຊິ່ງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ສະຫຼຸບສັງລວມເປັນບົດຮຽນໃຫ້ແກ່ການນຳພາໃນຕໍ່ໜ້າ ແລະ ໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2024-2029).
ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິ ຫານພັກເມືອງປາກຊັນ ສະໄໝທີ VIII, ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງເຂົ້າ ຮ່ວມກອງປະຊຸມໃຫຍ່ ອົງຄະນະພັກຂັ້ນເທິງ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບມາດຖານ, ເງື່ອນໄຂ ແລະ ກົດລະບຽບຂອງພັກ. ຄະນະພັກຊຸດໃໝ່ ໄດ້ມີຜູ້ອອກຮັບສະໝັກເລືອກຕັ້ງ 29 ສະຫາຍ, ເລືອກໄດ້ 25 ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກເມືອງປາກຊັນຊຸດໃໝ່ໄດ້ເປັນເອກະ ສັນກັນເລືອກເອົາ ສະຫາຍ ແສງອາລຸນ ແສງອາພອນ ເປັນເລຂາຄະນະບໍລິຫານພັກເມືອງ, ສະຫາຍ ສຸລິຍາ ລາດສະບົວສີ ແລະ ສະຫາຍ ສຸພາລັກ ໄຊຊະນະສີ ເປັນຮອງເລຂາຄະນະບໍລິຫານພັກເມືອງ; ເລືອກເອົາ ສະຫາຍ ນາງ ຈັນມາລີ ແກ້ວມະນີຈັນ ເປັນປະທານກວດກາພັກ-ລັດເມືອງ, ສະຫາຍ ນາງ ບຸນຜັນ ປັນຍານຸວົງ ແລະ ສະຫາຍ ກາໂນ ຈັນທະວຽງ ເປັນຮອງປະທານກວດ ກາພັກ-ລັດເມືອງ.
ຂ່າວ-ພາບ: ຄຳຟອງ