ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຕ້ອນຮັບ ນາຍົກລັດຖະມົນຕີ ຫວຽດນາມ

Jan 11, 2025

ໃນວັນທີ 10 ມັງກອນ 2025 ນີ້, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ຕ້ອນຮັບ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 9-10 ມັງກອນ 2025.
ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງ ຕໍ່ສະຫາຍ ຟ້າມ ມິງ ຈິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການສະ ແດງເຖິງການມີຊີວິດຊີວາ ຂອງການພົວພັນ ລະຫວ່າງ ການນໍາຂັ້ນສູງ ສອງພັກ, ສອງລັດ ລາວ-ຫວຽດນາມ, ທັງເປັນການປະກອບສ່ວນສໍາຄັນ ຕໍ່ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ເລິກເຊິ່ງ. ພ້ອມນີ້, ຍັງໄດ້ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ບັນດາໄຊຊະ ນະ, ຜົນສໍາເລັດອັນສໍາຄັນ, ໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດ ສາດ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ຕະຫລອດໄລຍະຜ່ານມາ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ເສດຖະກິດ ມີການຂະຫຍາຍຕົວດ້ວຍຈັງຫວະສູງ ແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຮ່ວມມື ແລະ ເຊື່ອມໂຍງສາກົນ ສືບຕໍ່ໄດ້ຮັບການເປີດກວ້າງ, ບົດບາດອິດທິພົນຂອງ ພັກ ແລະ ລັດ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ອັນພົ້ນເດັ່ນ ໃນໄລຍະທີ່ສະຫາຍ ຟ້າມ ມິງຈິງ ຂຶ້ນເປັນນາຍົກລັດຖະມົນຕີ ຂອງ ສສ ຫວຽດນາມ ເຫັນວ່າການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ມີການຂະຫຍາຍຕົວຫລາຍດ້ານ ຄື: ດ້ານຄົມ ມະນາຄົມ, ດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດີຈິຕອນ, ຫັນເປັນສີຂຽວ, ພັດທະນາເສດຖະກິດສີຂຽວ, ເສດຖະກິດຄົບວົງຈອນ, ເສດຖະກິດຄວາມຮູ້, ເສດຖະກິດແບ່ງປັນ.
ພ້ອມນີ້, ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ຕີລາຄາສູງ ຕໍ່ຜົນສໍາເລັດການມາຢ້ຽມ ຢາມເຮັດວຽກ ແລະ ເປັນປະທານຮ່ວມຊີ້ນໍາ ກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມື ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ປະຈໍາປີ 2025 ຢູ່ນະຄອນ ຫລວງວຽງຈັນ ເຊິ່ງສອງລັດຖະບານ ໄດ້ຮ່ວມກັນປຶກສາຫາລື ແລະ ເຫັນດີເປັນເອກະ ພາບລົງນາມບົດບັນທຶກກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ແລະ ຂໍ້ຕົກລົງວ່າດ້ວຍແຜນ ການຮ່ວມມື ປະຈໍາປີ 2025 ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ, ທັງເປັນການຜັນຂະຫຍາຍ ແລະ ຫັນເປັນອັນລະອຽດ ບັນ ດາທິດນໍາຂອງການນໍາຂັ້ນສູງສອງພັກ, ສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອອັນໃຫຍ່ ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ການປະຕິວັດປົດປ່ອຍຊາດຂອງປະ ຊາຊົນລາວ ໃນເມື່ອກ່ອນ ກໍຄື ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ພິເສດ ໃນປີ 2024, ພັກ, ລັດ ສສ ຫວຽດນາມ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ທັງດ້ານບົດຮຽນ ແລະ ທາງດ້ານວັດຖຸ-ເຕັກນິກຕ່າງໆ ເພື່ອເຮັດໜ້າທີ່ ໃນການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະ ກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນປະທານອາຊຽນ ແລະ ກອງປະຊຸມໄອປາ ຄັ້ງທີ 45 ໃນປີ 2024 ຂອງ ສປປ ລາວ ປະສົບຜົນສຳເລັດຢ່າງຈົບງາມ.
ຂ່າວ: ທະນູທອງ
ພາບ: ເກດສະໜາ