ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງທັບ ລາວ-ຫວຽດນາມ ປຶກສາຫາລືທິດທາງແຜນການຮ່ວມມືດ້ານການພັດທະນາເສດຖະກິດ

Jan 11, 2025

ກອງທັບ ລາວ-ຫວຽດນາມ ປຶກສາຫາລືທິດທາງແຜນການຮ່ວມມືດ້ານການພັດທະນາເສດຖະກິດ
ໃນວັນທີ 8 ມັງກອນ 2025, ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ກອງທັບ ລາວ-ຫວຽດນາມ ໄດ້ຈັດກອງປະຊຸມປຶກຫາລືທິດທາງແຜນການຮ່ວມມືດ້ານການພັດທະນາເສດຖະ ກິດ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນໂທ ຮວ່າງ ຊວັນ ຈຽນ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມທັງສອງຝ່າຍຍັງໄດ້ປຶກສາຫາລື ການຈັດກອງປະ ຊຸມແລກປ່ຽນວຽກງານນະໂຍບາຍປ້ອງກັນຊາດ ເຊິ່ງປີ 2025 ນີ້ ແມ່ນຝ່າຍລາວຈະເປັນເຈົ້າພາບ ຄາດວ່າຈະຈັດໃນລະຫວ່າງທ້າຍເດືອນ 3 ຫາ ຕົ້ນເດືອນ 4 ປີ 2025 ທີ່ ແຂວງຫຼວງພະບາງ, ປຶກ ສາຫາລື ຈັດກອງປະຊຸມປະຈໍາປີຂອງຄະນະພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ -ຫວຽດນາມ ຄາດວ່າຈະຈັດໃນລະຫວ່າງ ວັນທີ 18-20 ມັງກອນ 2025 ຫຼື ວັນທີ 23-25 ມັງກອນ 2025, ທີ່ ນະຄອນຫຼວງຮ່າໂນ້ຍ; ກອງປະຊຸມຍັງໄດ້ຮັບຟັງການ ລາຍງານ ແຜນການກະກຽມພົບປະຊາຍແດນ ລາວ-ຫວຽດ ນາມ-ຈີນ; ພ້ອມນັ້ນ ຈະຮ່ວມກັນປະສານສົມທົບຈັດຕັ້ງຜັນຂະ ຫຍາຍແຜນການຮ່ວມມື ປີ 2025 ແລະ ຜົນການພົບປະຂອງສອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດ ໃຫ້ປະ ກົດຜົນເປັນຈິງ.
ກອງປະຊຸມປຶກສາຫາລືຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຫົວໜ່ວຍທຸລະກິດຂອງກອງທັບປະຊາຊົນຫວຽດນາມ ເດີນ ທາງມາເຂົ້າຮ່ວມກອງປະຊຸມທະວີພາຄີ ລະຫວ່າງ ຄະນະກໍາມະ ການຮ່ວມມືລັດຖະບານ ລາວ-ຫວຽດນາມ ຄັ້ງທີ 47 ແລະ ຮ່ວມເວທີປາໄສດ້ານ ເສດຖະກິດລະຫວ່າງບັນດານັກທຸລະກິດ ລາວ- ຫວຽດນາມ ໃນລະຫວ່າງວັນທີ 7-10 ມັງກອນ 2025, ພ້ອມນີ້ ຄະນະດັ່ງກ່າວຍັງໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນນາຍສິບເລກ 1, ຢ້ຽມຢາມບັນດາກຸ່ມບ້ານ ຢູ່ແຂວງອຸດົມໄຊ ແລະ ໄປຮ່ວມພິທີເປີດຟາມລ້ຽງງົວຢູ່ນໍ້າຮາງ ແຂວງຜົ້ງສາລີ ຕື່ມອີກ
ທີ່ມາ: ໜັງສືພິມກອງທັບ