ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ຊ້ອມ​ການ​ສະ​ແດງ​ເທື່ອ​ທີ2 ຂອງ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ 2025​ ຂອງCMG​ສໍາເລັດຢ່າງ​ຈົບ​ງາມ

Jan 11, 2025

ການ​ຊ້ອມ​ການ​ສະ​ແດງ​ເທື່ອ​ທີ2 ຂອງ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ 2025​ ຂອງCMG​ສໍາເລັດຢ່າງ​ຈົບ​ງາມ
ວັນ​ທີ 10 ມັງ​ກອນນີ້, ການ​ຊ້ອມ​ການ​ສະ​ແດງ​ເທື່ອ​ທີ2ຂອງ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ2025​ ຂອງວິ​ທ​ະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໄດ້​ສໍາເລັດລົງ​ຢ່າງ​​ຈົບ​ງາມ.
ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ​ນີ້​ ໄດ້​ເປີດ​​ກິດ​ຈະ​ກຳ “ຜູ້​ສຳ​ຜັດ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ”​ເປັນ​ຄັ້ງ​ທຳ​ອິດ​ ໂດຍໄດ້ເຊີນຄົນທຳມະດາສາມັນເຊິ່ງເປັນແບບຢ່າງທີ່ດີໃນວຽກ ແລະ ການດຳລົງຊີວິດ​ເພື່ອໃຫ້​ເຂົາ​ເຈົ້າ​ສຳ​ຜັດ​ຢ່າງ​ໃກ້​ຊິດ​ຢູ່​ທັງ​ໜ້າ​ສາກ ​ແລະ​ຫຼັງ​ສາກ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ.
ນອກ​ນີ້, ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ​ນີ້ ​ຍັງ​ຈະຈັດ​​ການ​ຖ່າຍ​ທອດ​​ພິ​ເສດ​ສຳ​ລັບ​ຄົນ​ພິ​ການຕາ​ ແລະ​ ຄົນ​ພິ​ການ​ຫູ ​ເປັນ​ຄັ້ງ​ທຳ​ອິດ​ ເພື່ອ​ເຮັດ​ໃຫ້​ຜູ້​ທີ່​ມີບົກຜ່ອງ​ທາງ​ການ​ເບິ່ງ​ເຫັນ​ ແລະ​​ ທາງ​ການ​ໄດ້​ຍິນກໍ​ສາ​ມາດ​ສຳ​ຜັດ​ກັບງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຄື​ກັບ​ໄດ້​ເບິ່ງ​ເຫັນ ​ແລະ ​ໄດ້​ຍິນເຊັ່ນ​ດຽວ​ກັນ.​
ດັ່ງ​ນັ້ນ, ຜູ້​ທີ່​ມີຄວາມ​​ບົກ​ຜ່ອງ​ທາງ​ການ​ເບິ່ງ​ເຫັນ ​ແລະ ​​ທາງ​ການ​ໄດ້​ຍິນຫຼາຍກວ່າ 45 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ຈີນ​ຈະ​ຜ່ານ​ຈາກ​ການ​ຖ່າ​ຍ​ທອດ​ພິ​ເສດ​ດັ່ງ​ກ່າວ​ເພື່ອ​ຊື່ນ​ຊົມ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ ​ແລະ ​ຮ່ວມ​ກັນ​ສະຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ປະ​ເພ​ນີ​ຈີນ.
ນອກ​ນີ້, ​ແອັບ CMG Mobile ແລະ CCTV NEWS ໄດ້​ຈັດ​ຄໍ​ລຳ “ງານ​ລາ​ຕີ​ສະ ຫຼອງ​ບຸນ​ກຸດ​ຈີນ” ເພື່ອ​ລາຍ​ງານ​ຂ່າວ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ສະ​ພາບ​ການ​ກະ​ກຽມ​ງານ​ພ້ອມ​ດ້ວຍ​ຂໍ້​ມູນ​​ຂ່າວ​ສານ​ຕ່າງໆ ​ທີ່​ມີ​ຄຸນ​ນະ​ພາບ​ດີ​ເພື່ອ​ໃຫ້​ການ​ບໍ​ລິ​ການ​ທີ່​ສະ​ດວກວ່ອງ​ໄວ​ແກ່​​ຜູ້​ໃຊ້​ແອັບ​ເຫຼົ່າ​ນີ້​​ໃນ​ການ​ຊົມ​​ງານ​ສະຫຼອງ​ບຸນ​ກຸດ​ຈີນ 2025 ຜ່ານປະ​ຕູ​ດຽວ.
ທີ່ມາ: CMG