ເມືອງຕະໂອ້ຍ ຊຸມນຸມສະເຫຼີ່ມສະຫຼອງຜົນສໍາເລັດ ກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ XIII

ຊາວເມືອງຕະໂອ້ຍ ເຂົ້າຮ່ວມພິທີຊຸມນຸມສະເຫຼີມສະຫຼອງ ຜົນສໍາເລັດກອງປະຊຸມໃຫຍ່ ອົງຄະນະພັກເມືອງຄັ້ງທີ XIII ໃນຕອນເຊົ້າຂອງວັນທີ 11 ມັງກອນນີ້ ຢູ່ສະໂມສອນໃຫຍ່ຂອງເມືອງ.
ໂອກາດນີ້, ສະຫາຍ ຄໍາສະໄຫວ ວິລະກອນ ເລຂາພັກເມືອງ ເຈົ້າເມືອງໆຕະໂອ້ຍ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XIII ຂອງອົງຄະນະພັກເມືອງຕະໂອ້ຍ ທີ່ໄດ້ດໍາເນີນຢ່າງເປັນທາງການໃນລະຫວ່າງວັນທີ 9-10 ມັງກອນ 2025 ພາຍໃຕ້ຄໍາຂັວນ “ຍົກສູງຄວາມສາມາດການນໍາພາ ຮອບດ້ານໃຫ້ເຂັ້ມແຂງ ອອກແຮງເສີ່ມຂະຫຍາຍມູນເຊື້ອວິລະຊົນ ຂຸດ ຄົ້ນທ່າແຮງບົ່ມຊ້ອນ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົ້ນເອງ ເພື່ອນໍາເອົາເມືອງ ຕະໂອ້ຍຫຼຸດພົ້ນອອກຈາກຄວາມທຸກຍາກ ຢ່າງມີໄຊ”
ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 131 ສະຫາຍ,ຍິງ 10 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດພາຍໃນເມືອງໃນ 1,372 ສະຫາຍ. ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິງ ແລະຮັບຮອງເອົາຢ່າງເປັນເອກະສັນກັນ ບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກເມືອງສະໄໝທີ່ XII ທີ່ຍາດໄດ້ຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ໃນແຕ່ລະຂົງເຂດວຽກງານເປັນຕົ້ນ: ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫບງົບ,ການພັດທະນາເສດຖະກິດ-ສັງຄົມ,ການປັບປຸງບູລະນະລົບົບອໍານາດແຫ່ງລັດ,ວຽກງານແນວໂຮມ ແລະວຽກງານມະຫາຊົນຂອງພັກ,ວຽກງານກໍ່ສ້າງຮາກຖານການເມືອງ,ວຽກງານການຕ່າງປະເທດ,ວຽກງານພັກ ແລະວຽກງານພະນັກງານ ທີ່ບັນລຸໄດ້ໃນ 5 ປີທີ່ຜ່ານມາ.
ພ້ອມນັ້ນ, ກອງປະຊຸມໄດ້ຮັບຮອງເອົາທິດທາງແຜນການພັດ ທະນາເສດຖະກິດ-ສັງຄົມ 5 ປີ 2025-2029 ຕາມ 6 ເປົ້າໝາຍໃຫຍ່ຄື: ເປົ້າໝາຍໜຶ່ງ: ສ້າງເສດຖະກິດເອກະລາດເປັນເຈົ້າຕົ້ນເອງ ດ້ວຍການນໍາໃຊ້ທ່າແຮງ ເພື່ອເຮັດໃຫ້ເສດຖະກິດ ມີສະ ຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ,ມີຄຸນນະພາບໝັ້ນທ່ຽງ ແລະຍືນຍົງ,ເປົ້າໝາຍສອງ: ຊັບພະຍາກອນມະນຸດ ມີຄຸນ ນະພາບສູງຂື້ນ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ,ມີຄວາມສາມາດຄົ້ນຄວ້າ ແລະນໍາໃຊ້ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມ ການຜະ ລິດ ແລະການບໍລິການ,ເປົ້າໝາຍທີ່ສາມ: ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂື້ນເທື່ອລະກ້າວ,ເປົ້າໝາຍທີ່ສີ່: ປົກປັກຮັກສາສິງແວດລ້ອງໃຫ້ມີຄວາມສົມດຸນ ແລະ ກຽມພ້ອມຮັບມື ແລະຕອບໂຕ້ຄວາມສ່ຽງຈາກໄພພິບັດທໍາມະຊາດ,ເປົ້າໝາຍທີ່ຫ້າ: ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ມີປະສິດທິພົນ ແລະ ເປົ້າໝາຍທີ່ຫົກ: ການຄຸ້ມຄອງ-ບໍລິຫານລັດ ມີປະສິດທີພາບ ແລະສັງຄົມໄດ້ຮັບການປົກປ້ອງຕາມທິດລັດແຫ່ງກົດໝາຍ ແລະໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິ ຫານງານພັກເມືອງສະໄໝທີ XII.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຕະໂອ້ຍ ຊຸດໃໝ່ ຄັ້ງທີ XIII ໂດຍມີຜູ້ລົງສະໝັກທັງໝົດ 29 ສະຫາຍ, ເລືອກເອົາ 25 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງສະໄໝທີ XIII ທີ່ ໄດ້ເປັນເອກະພາບເລືອກຕັ້ງ
ຄະນະປະຈຳພັກເມືອງ 7 ສະຫາຍ,
ເລືອກເອົາ ສະຫາຍ ຄໍາສະໄຫວ ວິລະກອນ ເປັນເລຂາພັກເມືອງ, ສະຫາຍ ນາງ ບຸນຖິ່ນ ແກ່ນພົມມາ ສະຫາຍ ອ່ອນ ແກ້ວ ໝື່ນວິໄລ ເປັນຮອງເລຂາພັກເມືອງ.
ເລືອກເອົາ ສະຫາຍ ສົມພານ ພົມມະວົງສ້າຍ ເປັນປະທານກວດກາພັກ, ເລືອກເອົາ ສະຫາຍ ນາງ ແກ້ວມະນີ ເພັງພອນ ເປັນຮອງປະທານ ແລະ ເລືອກເອົາ ສະຫາຍ ແກ້ວອຸດອນ ທານິນ ເປັນຮອງປະທານກວດກາພັກ.
ກອງປະຊຸມໃຫຍ່ໄດ້ເປັນກຽດຢ່າງສູງຮັບຟັງການໂອ້ລົມຂອງສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສາລະວັນ ຕື່ມອີກ
ພາບ-ຂ່າວ: ສີສະຫວາດ





