ວັນທີ 9 ມັງກອນ 2025, ອົງການກາແດງແຫ່ງຊາດລາວ ໄດ້ສືບຕໍ່ມອບເງິນສົດແບບບໍ່ມີເງື່ອນໄຂໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ບ້ານ ນາ ເມືອງຮຸນ ແຂວງອຸດົມໄຊ ຈຳ ນວນ 56 ຄອບຄົວ, ລວມມູນຄ່າ 90,800,000ກີບ ໂດຍການ ມອບຂອງ ທ່ານ ຄຳລາວັນ ຈັນທະລາວັນ, ປະທານອົງການກາແດງແຫ່ງຊາດລາວ, ມີຄະນະນຳເມືອງ, ອານາດການປົກຄອງເມືອງ, ບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.
ການຊ່ວຍເຫຼືອລັກສະນະນີ້ ແທ່ນຊ່ວຍໃຫ້ປະຊາຊົນໄດ້ນຳເອົາເງິນທີ່ໄດ້ຮັບໄປຊື້ວັດຖຸສິ່ງຂອງ, ອາຫານການກິນ ແລະ ຢາປົວພະຍາດ ທີ່ຈຳເປັນເຂົ້າໃນຄອບຄົວຂອງຕົນ. ນອກນັ້ນ,ທີມງານແຈກຢາຍເງິນສົດໃຫ້ຜູ້ໄດ້ຮັບຜົນກະທົບທີ່ນອນໃນເປົ້າໝາຍຂອງໂຄງການຍັງໄດ້ສືບຕໍ່ໃນການແຈກຢາຍເງິນສົດໃຫ້ປະຊາຊົນຢູ່ 08 ແຂວງພາຍໃຕ້ໂຄງການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ໂດຍຜ່ານກອງທຶນຕອບໂຕ້ເຫດການສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ(IFRC) ເພື່ອນໍາໄປຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນທີ່ຖຶກຜົນກະທົບຈາກພາຍຸໃຕ້ຝຸ່ນ ແລະ ນໍ້າຖ້ວມໄລຍະຜ່ານມາ ຄາດວ່າຈະໃຫ້ສຳ ເລັດໃນທ້າຍເດືອນມັງກອນນີ້.
ຂ່າວ: ອົງການກາແດງແຫ່ງຊາດລາວ






