ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເທສະການດອກງິ້ວບານ ຄັ້ງທີ XXIIຈະຈັດຂຶ້ນ ວັນທີ 27 ມັງກອນ-2 ກຸມພາ ປີ 2025

Jan 12, 2025

ທ່ານ ຄໍາສະຫວາດ ແກ້ວປັນຍາ, ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໃຫ້ສໍາພາດຜ່ານລາຍການວິທະ ຍຸກະຈາຍສຽງແຫ່ງຊາດໃນວັນທີ 10 ມັງກອນ 2025 ວ່າ: ງານເທສະການດອກງິ້ວບານ ຄັ້ງທີ XXII ປະຈຳປີ 2025 ຈະຈັດຂຶ້ນໃນລະຫວ່າງວັນທີ 27 ມັງກອນ ຫາ ວັນທີ 2 ກຸມພາ 2025 ຢູ່ດອນຊາວພາຍໃນເຂດເສດຖະກິດພິເສດເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ເພື່ອສົ່ງເສີມ ແລະ ຮັກສາຄວາມເປັນເອກະລັກດ້ານວັດທະ ນະທຳອັນດີງາມຂອງທ້ອງຖິ່ນ, ການທ່ຽວຊົມທຳມະ ຊາດດອກງິ້ວບານ, ການຄ້າ-ການບໍລິການ, ສ້າງຄວາມສາມັກຄີປອງດອງຂອງປະຊາ ຊົນບັນດາເຜົ່າ ແລະ ຕິດພັນກັບການທ່ອງທ່ຽວແບບຄົບວົງ ຈອນຂອງເຂດເສດຖະ ກິດພິເສດສາມຫລ່ຽມຄຳ ໂດຍໄດ້ເລີ່ມກະກຽມງານມາແຕ່ທ້າຍເດືອນຕຸລາ 2024 ເປັນຕົ້ນມາ, ມາຮອດປັດຈຸບັນ ການກະກຽມຂອງວຽກງານແຕ່ລະອະນຸກໍາມະການມີຄວາມພ້ອມແລ້ວເປັນສ່ວນໃຫຍ່.
ພາຍໃນງານປີນີ້ ຈະມີຫລາກຫລາຍກິດຈະກໍາ ເຊັ່ນ: ງານວາງສະແດງຈຳໜ່າຍສິນຄ້າ 4 ປະເທດ ຄື: ລາວ, ຈີນ, ໄທ ແລະ ມຽນມາ, ງານວາງສະແດງສິລະປະສາກົນສັນຕິພາບສາມຫຼ່ຽມຄຳ ຄັ້ງທີ Ⅱ, ການແຂ່ງຂັນກິລາກ໊ອຟຊີງຂັນດອກງິ້ວຄໍາ ຄັ້ງທີ Ⅱ, ການປະກວດນາງສາວດອກງິ້ວບານ, ຕ້ອນຮັບຂະບວນຄາລາວານລົດໜຶ່ງແລວ ໜຶ່ງເສັ້ນທາງຈາກຈີນ ປະມານ 1.000-2.000 ຄົນ, ພີທີເປີດງານເທສະການດອກງິ້ວບານ, ຊົມການສະແດງສິລະປະວັນນະຄະ ດີ ລາວ-ຈີນ, ປ່ອຍໂຄມໄຟ ແລະ ອື່ນໆ.
ຂ່າວ: ວສລ