ໃນບົດລາຍງານທີ່ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພານະ ຄອນຫຼວງວຽງຈັນ ຊຸດທີ II ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນວ່າ: ໃນປີ 2025 ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ຈະສືບຕໍ່ຄົ້ນຄວ້າ ແລະ ປັບປຸງນະໂຍບາຍ, ນິຕິກຳໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາຕົວຈິງ ເພື່ອຮັບ ປະກັນໃນການຈັດຕັ້ງປະຕິບັດ, ສືບຕໍ່ປະສານສົມທົບກັບຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນເພື່ອສຸມງົບປະມານທຶນຮອນ, ໂຄງການເຂົ້າໃສ່ການກໍ່ ສ້າງ ແລະ ປັບປຸງໂຄງລ່າງພື້ນຖານຮັບໃຊ້ການຜະລິດ ການດຳລົງຊີວິດຂອງປະຊາ ຊົນເຂດຈຸດສຸດພັດທະນາ.
ພ້ອມນີ້ ຈະຄົ້ນຄວ້າສ້າງນະໂຍບາຍຊຸກຍູ້ສົ່ງເສີມ; ສ້າງແຜນແມ່ບົດ, ຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກກໍຄືການຈັດສັນພູມລຳເນົາ ແລະ ອາຊີບເພື່ອຊຸກຍູ້ໃຫ້ແກ່ທຸກພາກສ່ວນເສດຖະກິດເຂົ້າມາຮ່ວມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເອົາໃຈໃສ່ການຊ່ວຍເຫຼືອບໍລິການເຕັກນິກ, ແນວພັນ, ຝຶກອົບຮົມໃຫ້ປະຊາຊົນໃຫ້ຫຼາຍຂຶ້ນ ແລະ ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງວຽກງານພັດທະນາ ແລະ ແກ້ໄຂຄວາມທຸກຍາກທີ່ໄດ້ກຳນົດໄວ້ຂອງມະຕິສະພາປະຊາຊົນ ນວ ຄື: ສູ້ຊົນແກ້ໄຂຄອບຄົວທີ່ຍັງບໍ່ບັນລຸມາດຖານພົ້ນທຸກໃຫ້ໄດ້ 636 ຄອບຄົວ, ສ້າງຄອບຄົວພັດທະນາໃຫ້ໄດ້ 7,042 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 78 ບ້ານ,
ນອກຈາກນີ້ ຈະສ້າງເມືອງເຂັ້ມແຂງຮອບດ້ານໃຫ້ບັນລຸມາດຕະຖານຈຳນວນ 1 ເມືອງ ຄື: ເມືອງໄຊທານີ; ລວມເຖີງ ສືບຕໍ່ສ້າງຈຸດສຸມພັດທະນາເຂດນາໂງມເກົ່າ, ນາໂງມໃໝ່ ແລະ ນາຕານໃຫ້ສຳເລັດ 16 ມາດຕະຖານ; 6. ຊຸກຍູ້ຕິດຕາມກຸ່ມການຜະລິດໃຫ້ໄດ້ 50 ກຸ່ມ, ສືບຕໍ່ສ້າງກຸ່ມເຂັ້ມແຂງກ້າວເປັນສະຫະກອນຈໍານວນ 1 ກຸ່ມ (ກຸ່ມປູກຜັກ ບ້ານທ່າດອກຄໍາ ເມືອງໄຊທານີ) ແລະ ວຽກງານອື່ນໆ.
ປັດຈຸບັນ, ນະຄອນຫລວງວຽງຈັນ ປະກອບມີ 9 ເມືອງ, ມີ 481 ບ້ານ, 13,137 ໜ່ວຍ, ມີຄອບຄົວທັງໝົດ 156,392 ຄອບຄົວ, ມີພົນລະເມືອງ 752,387 ຄົນ ຍິງ 387,755 ຄົນ, ໃນນີ້ ມີ 7 ເມືອງແລ້ວທີ່ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ່ວນ 2 ເມືອງທີ່ຍັງສ້າງບໍ່ທັນໄດ້ແມ່ນເມືອງໄຊທານີ ແລະ ເມືອງປາກງື່ມ.
ຂໍ້ມູນ-ພາບ: ແສງຈັນ



