ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບປະສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ

Jan 13, 2025

ກອງປະຊຸມພົບປະສອງຝ່າຍ ປະຈໍາປີ 2025 ລະຫວ່າງ ກະ ຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງ ກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ມັງກອນ 2025 ທີ່ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ; ພາຍໃຕ້ການເປັນປະທານຮ່ວມ ຝ່າຍລາວນໍາໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ເລື່ອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດ ນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍການນໍາຂັ້ນສູງ, ພະນັກງານກ່ຽວຂ້ອງ ທັງສອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍແຜນ ການຈັດຕັ້ງປະຕິບັດແຜນການຮ່ວມມືໃນປີ 2024 ຜ່ານມາແມ່ນມີຜົນສໍາເລັດຫຼາຍດ້ານພາຍໃຕ້ການຊີ້ນໍານໍາພາຂອງສອງພັກ, ສອງລັດ ເຮັດໃຫ້ການຮ່ວມມືຮອບດ້ານຂອງສອງກະຊວງ ມີຜົນສໍາເລັດຕາມຄາດໝາຍ ເຊິ່ງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຄັ້ງນີ້ ຈະເປັນຂີດໝາຍໃໝ່ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ຕົກລົງຕ່າງໆລະ ຫວ່າງສອງພັກ, ສອງລັດຖະບານ ໂດຍສະເພາະ ລະຫວ່າງສອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງ ກັນຄວາມສະຫງົບ ສສ ຫວຽດນາມ ໃນການຮ່ວມກັນຜັນ ຂະຫຍາຍສັນຍາຮ່ວມມືປະຈໍາປີ, ຮ່ວມກັນເສີມສ້າງມູນເຊື້ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານໃຫ້ນັບມື້ແໜ້ນແຟ້ນ ແລະ ກ້າວສູ່ລວງເລິກຍິ່ງຂຶ້ນ.
ກະຊວງປ້ອງກັນຄວາມສະຫງົບລາວ ເວລາໃດກໍຕີລາຄາສູງຕໍ່ຜົນງານ ແລະ ໄຊຊະນະຂອງກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນຫວຽດນາມ ໃນການສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນຮັບປະກັນສະ ຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເຊິ່ງເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດອິດທິພົນຂອງ ສສ ຫວຽດນາມ ເປັນຕົ້ນ ແມ່ນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ ນັບມື້ໂດດເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສໍາລັບການປະຕິບັດແຜນການຮ່ວມມືປະຈໍາປີ 2025 ລະ ຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງ ປ້ອງກັນຄວາມສະຫງົບ ສສ ຫວຽດນາມ ແມ່ນຈະສືບຕໍ່ຮ່ວມມືກັນ ໃນຂົງເຂດວຽກງານທີ່ໄດ້ພົວພັນຮ່ວມມືກັນຜ່ານມາ ໂດຍສະ ເພາະ ການປະສານສົມທົບ, ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການຮັບ ປະກັນຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍຂອງ ບັນດາເຫດການການເມືອງ, ການຕ່າງປະ ເທດ ເຊັ່ນ: ເພີ່ມທະວີການຮ່ວມມືປະສານສົມທົບກັນໃຫ້ ແໜ້ນແຟ້ນໃນການຕ້ານບັນດາອາຊະຍາກໍາ; ສືບຕໍ່ປະສານສົມທົບຕອບຕ້ານການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ອິດທິກໍາລັງປໍລະປັກທີ່ໃສ່ຮ້າຍປ້າຍສີ, ແບ່ງແຍກຄວາມສາມັກຄີລະຫວ່າງສອງຊາດ ສືບ ຕໍ່ວຽກງານກໍ່ສ້າງກໍາລັງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃຫ້ກາຍ ເປັນກໍາລັງທີ່ເຂັ້ມແຂງ ສືບຕໍ່ໂຄງການກໍ່ສ້າງສູນຂໍ້ມູນພົນລະເມືອງ ແລະສືບຕໍ່ຮັດແໜ້ນຄວາມສະມາຄີຮອບດ້ານໃຫ້ເຕີບໃຫຍ່ຂຶ້ນໄປເລື່ອຍໆ.
ພາຍຫຼັງສໍາເລັດກອງປະຊຸມ ສະຫາຍ ພົນເອກ ວິໄລຫຼ້າຄໍາຟອງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລີ່ມ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ພ້ອມທັງໄດ້ລາຍ ງານຜົນສໍາເລັດນການຮ່ວມມືສອງຝ່າຍໃນປີ 2024 ຜ່ານມາພ້ອມທັງແຜນການຮ່ວມມືປະຈໍາປີ 2025 ໂດຍພາຍໃຕ້ການນໍາພາ-ຊີ້ນຳຂອງ ສອງພັກ-ສອງລັດ ເຮັດໃຫ້ສອງກະຊວງປ້ອງກັນືຄວາມສະຫງົບ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ສາມາດຮັກສາໄດ້ ຄວາມສະຫງົບຮອບດ້ານ ເຮັດໃຫ້ສອງປະເທດມີສະເຖຍລະພາບທາງດ້ານການເມືອງ.
ໂອກາດນີ້ ສະຫາຍ ໂຕ ເລີ່ມ ເລຂາທິການໃຫຍ່ ພັກກອມ ມູນິດຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນແລະສະນິດສະໜົມ ພ້ອມທັງຕີລາຄາສູງຕໍ່ຜົນການຮ່ວມມືຮອບດ້ານຕ່າງໆລະຫວ່າງສອງພັກ, ສອງລັດຖະບານ ໂດຍສະເພາະ ລະຫວ່າງສອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຮ່ວມ ກັນຜັນຂະຫຍາຍສັນຍາຮ່ວມມືປະຈໍາປີ, ຮ່ວມກັນເສີມສ້າງມູນ ເຊື້ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ແໜ້ນແຟ້ນ.
ຂ່າວ: ພັຕ ສີສະຫວ່າງ ຈັນມະນີ