ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈໍາປາສັກ ແລະ ນະຄອນ ໂຮ່ຈີມິນ ສືບຕໍ່ພົບປະຮ່ວມມືກັບບັນດາແຂວງແຮກສ່ຽວ

Jan 13, 2025

ໃນວັນທີ 11 ມັງກອນ 2025, ທີ່ນະຄອນໂຮ່ຈີມິນ, ຄະນະຜູ້ແທນແຂວງຈໍາປາສັກ ເຊິ່ງນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ຟາມ ວັນ ມາຍ ກໍາມະການສູນກາງພັກ ຮອງເລຂາຄະນະພັກນະຄອນ, ປະທານຄະນະກໍາມະການປະຊາຊົນ ນະຄອນ ໂຮ່ຈີມິນ.
ການຢ້ຽມຢາມໃນຄັ້ງນີ້, ເປັນການສືບຕໍ່ເສີມຂະຫຍາຍບົດບັນທຶກການຮ່ວມມືກັບບັນດາແຂວງແຮກສ່ຽວ, ໂດຍສະເພາະກໍ່ແມ່ນນະຄອນໂຮ່ຈີມິນ ໃນບັນດາຂະແໜງການຕ່າງໆ ແລະ ໃນໂອກາດປີໃໝ່ປະເພນີ ຂອງຊາວຫວຽດນາມ 2025 ທີ່ຈະມາເຖິງນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ອວຍພອນມາຍັງ ຄະນະນຳ ນະຄອນ, ຕະຫຼອດຮອດ ປະຊາຊົນນະຄອນໂຮ່ຈີມິນ ຈົ່ງມີຄວາມຜາສຸກ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທຸກປະການ. ພ້ອມນັ້ນ, ທ່ານ ອາລຸນໄຊ ສູນນະລາດ ຍັງໄດ້ກ່າວລາຍງານສະພາບລວມຂອງແຂວງໂດຍສັງເຂບ ໃນການປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດ ກໍຄືຂອງແຂວງໃນທ້າຍສະໄໝ, ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງ, ວຽກງານຈຸດສຸມ, ການປະຕິບັດບັນດາຄາດໝາຍ ແຜນເສດຖະກິດ-ສັງຄົມ ເຮັດໃຫ້ລາຍຮັບຂອງແຂວງດີຂຶ້ນ ເປັນກ້າວໆ.
ໂອກາດດຽວກັນນີ້, ທ່ານ ຟາມ ວັນ ມາຍ ກໍໄດ້ສະແດງການຕ້ອນຮັບ ຢ່າງອົບອຸ່ນ ສະໜິດສະໜົມ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ການ ມາຢ້ຽມຢາມຂອງທ່ານເຈົ້າແຂວງຈໍາປາສັກ ພ້ອມຄະນະ, ພ້ອມທັງ ຕີລາຄາສູງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮັກສາເສີມຂະຫຍາຍ ການຮ່ວມມືລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ເຕີບໃຫ່ຍ ກ້າວໄປສູ່ລວງເລິກ, ເຫັນດີຕໍ່ການສະເໜີ ຂອງທ່ານເຈົ້າແຂວງຈໍາປາສັກ ຈະສືບຕໍ່ດໍາເນີນ ບັນດາເນື້ອໃນການຮ່ວມມືໃນປັດຈຸບັນ ແລະ ທິດທາງໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ ແລະ ທັງສອງຝ່າຍໄດ້ຕົກລົງເຫັນດີ ສືບຕໍ່ການຮ່ວມມືການກໍ່ສ້າງຊັບພະຍາກອນມະນຸດ ແລກປ່ຽນທຶນການສຶກສາໃຫ້ແກ່ນັກຮຽນ-ນັກສຶກສາ, ຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານ, ສ້າງກາລະໂອກາດ ເງື່ອນໄຂ ເພື່ອລົງເລິກການຮ່ວມມືໂດຍສະເພາະແມ່ນກໍາລັງປະກອບອາວຸດ, ກອງບັນຊາການຂອງສອງແຂວງ, ພະແນກອຸດສະຫະກຳ ແລະ ການຄ້າ, ສະພາການຄ້າອຸດສາຫະກຳ, ອົງການຈັດຕັ້ງມະຫາຊົນຂອງສອງທ້ອງຖິ່ນໃຫ້ມີການຮ່ວມມືກັນ ເພື່ອການຮ່ວມມືອັນໃໝ່ ຮັດແໜ້ນຄວາມສາມັກຄີ ມິດຕະພາບຍິ່ງໆຂຶ້ນ.
ຂ່າວ: ພູທິບສະຫວັນ