ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ຕີລາຄາວຽກງານອົງການປົກຄອງແຂວງ ງວດ lV ປະຈຳປີ 2024

Jan 13, 2025

ວັນທີ 13-14 ມັງກອນ 2025, ແຂວງອັດຕະປື ເປີດກອງຕີລາຄາວຽກງານອົງການປົກຄອງ ງວດ lV ປະຈຳປີ 2024 ໂດຍການໃຫ້ກຽດເປັນປະທານຂອງທ່ານ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື, ມີບັນດາການນຳແຂວງ, ສະມາຊິກອົງການປົກຄອງແຂວງ, ຫົວໜ້າພະແນກການ, ກົມກອງ, ອົງການ ແລະ ທ່ານເຈົ້າເມືອງ 5 ຕົວເມືອງ ພາຍໃນແຂວງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ກ່າວເປີດກອງປະຊຸມໃນຄັ້ງນີ້ໃຫ້ຮູ້ວ່າ: ປະຕິບັດຕາມກົດໝາຍການປົກຄອງທ້ອງຖິ່ນ ແລະ ແຜນດຳເນີນງານຂອງອົງການປົກຄອງແຂວງ ອັດຕະປື ຈຶ່ງໄດ້ພ້ອມກັນຈັດກອງປະຊຸມອົງການປົກຄອງແຂວງ ປະຈຳງວດ IV ປີ 2024 ຂຶ້ນ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ກໍ່ຄືປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ສືບຕໍ່ສຸມໃສ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງທ້າຍສະໄໝ ຊຶ່ງແຕ່ລະຂະແໜງການ ພວມສຸມໃສ່ສະຫຼຸບຕີລາຄາ ແລະ ປະເມີນຜົນການຕິບັດວຽກງານ ໄລຍະ1 ປີ 2024 ຜ່ານມາ ມີຜົນສຳເລັດຫຼາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ອື່ນໆ… ຄຽງຄູ່ກັບການສ້າງຜົນງານ, ສ້າງຂະບວນການດ້ານຕ່າງໆ ເພື່ອກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ພັກ 3 ຂັ້ນ ແລະ ຂະບວນການອື່ນໆ ຢ່າງຟົດຟື້ນ, ກວ້າງຂວາງ ແລະ ມີຜົນສຳເລັດ ແຕ່ເຖິງຢ່າງໃດກໍ່ດີ ປັດຈຸບັນແຂວງອັດຕະປື ຍັງໄດ້ປະເຊີນໜ້າ ກັບສິ່ງທ້າທາຍຫຼາຍຢ່າງທີ່ເຄັ່ງຮ້ອນ ທັງສະພາບໂດຍລວມ ສາກົນ-ພາກພື້ນ ກໍ່ຄືທົ່ວປະເທດ ເປັນຕົ້ນ: ບັນຫາໄພເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າສູງຂຶ້ນ, ບັນຫາການບຸກລຸກທີ່ດິນປ່າໄມ້, ການລັກລອບຊັບພະຍາກອນທຳມະຊາດ, ບັນຫາການສໍ້ໂກງງົບປະມານຂອງລັດ, ສັດຕູ-ກຸ່ມຄົນບໍ່ດີ ສ້າງຄວາມບໍ່ສະຫງົບພາຍໃນແຂວງ ແລະ ອື່ນໆ, ແຕ່
ດ້ວຍການນຳພາຊີ້ນຳຂອງອົງການປົກຄອງແຂວງ ບວກກັບການມີສ່ວນຮ່ວມຂອງທຸກພາກສ່ວນ, ຈຶ່ງເຮັດໃຫ້ການແກ້ໄຂບັນຫາຍໍ້ທໍ້ຕ່າງໆ ມີຜົນສຳເລັດດີສົມຄວນ, ອັນໄດ້ເຮັດໃຫ້ແຂວງອັດຕະປື ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານ ພົທ ວັນທອງ ກອງມະນີ ຍັງໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມອົງການປົກຄອງແຂວງ ຄັ້ງນີ້ຈະໄດ້ທົບທວນຕີລາຄາຄືນ ການປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍສະເພາະ ບັນຫາຫົວຂໍ້ທີ່ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ, ການຜະລິດເປັນສິນຄ້າ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ອື່ນໆ, ພ້ອມກັນນັ້ນ ຈະໄດ້ປຶກສາຫາລືວຽກງານສຳຄັນຈຳນວນໜຶ່ງ ເປັນຕົ້ນ: ການສ້າງນິຕິກຳໃຕ້ກົດໝາຍ ແລະ ການປະຕິບັດວຽກງານຂອງບັນດາຂະແໜງການ ໃນໄລຍະປີ 2024 ແລະ ທິດທາງແຜນການປີ 2025 ພ້ອມນີ້ກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ບັນດາທ່ານຜູ້ແທນກອງປະຊຸມ ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳຄິດ ຄຳເຫັນ ໃຫ້ລະອຽດຖີ່ຖ້ວນ ເລິກເຊິ່ງ, ເປັນຄວາມຈິງ ຕໍ່ແຕ່ລະວຽກງານ ແລະ ບັນຫາທີ່ຕັ້ງຂຶ້ນເພື່ອເປັນພື້ນຖານໃນການ ກຳນົດທິດທາງແຜນການໃນຕໍ່ໜ້າ ແລະ ມາດຕະການຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ສອດຄ່ອງແທດຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງຕາມຄາດໝາຍທີ່ວາງໄວ້.
ໂດຍ: ສາຍນ້ຳເຊກອງ