ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບຕາງໜ້າອົງການ LuxDev ປະຈໍາພາກພື້ນ

Jan 13, 2025

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ຕ້ອນຮັບທ່ານ ໂຣເບີດ ເດີ ວາຮາ ຜູ້ຕາງໜ້າ ປະຈຳ ອົງການຮ່ວມມື ເພື່ອການພັດທະນາຂອງລຸກຊໍາບວກ (LuxDev) ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໃນວັນທີ 12 ມັງກອນ 2025 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ.
ໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຕາງໜ້າອົງການ LuxDev ປະຈໍາພາກພື້ນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພົວພັນຮ່ວມມື ກໍຄືຜັນຂະຫຍາຍໝາກຜົນ ຂອງການຊ່ວຍເຫລືອຂອງອົງການລຸກຊໍາບວກ ເຂົ້າໃນຂົງເຂດວຽກງານຕ່າງໆຢູ່ໃນແຂວງຄຳມ່ວນ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນໄປເລື້ອຍໆ ພ້ອມທັງ ສະເໜີໃຫ້ທ່ານ ໂຣເບີດ ເດີ ວາຮາ ພ້ອມຄະນະ ຊ່ວຍຊຸກຍູ້ຜັກດັນ ໃນການກໍ່ສ້າງ ແລະ ປັບປຸງໂຮງໝໍແຂວງຄຳມ່ວນ ແລະ ໂຮງໝໍຂອງບັນດາເມືອງ ທີ່ນອນຢູ່ໃນເປົ້າໝາຍການຊ່ວຍເຫລືອ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເພື່ອບໍລິການຄົນເຈັບໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນທາງດ້ານຄຸນນະພາບ. ສ່ວນອໍານາດການປົກຄອງແຂວງ ແລະ ຂະແໜງການກ່ຽວຂ້ອງຂອງແຂວງ, ເມືອງ ແມ່ນພ້ອມແລ້ວທີ່ຈະອຳນວຍຄວາມສະດວກໃນດ້ານຕ່າງໆ.
ທ່ານ ໂຣເບີດ ເດີ ວາຮາ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ເປັນເຈົ້າການປະກອບສ່ວນ ເຮັດໃຫ້ການພົວພັນຮ່ວມມື ກໍຄືການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ໄດ້ດຳເນີນໄປໄດ້ດ້ວຍດີ. ສຳລັບແຜນງານພັດທະນາທ້ອງຖິ່ນ ໃນຕໍ່ໜ້າ ທາງອົງການແມ່ນໄດ້ສະເໜີ ເພີ່ມທາງດ້ານງົບປະມານ ເພື່ອປະກອບສ່ວນຊ່ວຍເຫລືອປັບປຸງພື້ນຖານໂຄງລ່າງດ້ານຕ່າງໆ ຂອງແຂວງຄຳມ່ວນ ໃຫ້ຫລາຍຂຶ້ນ ພ້ອມທັງແຈ້ງແຜນການເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ ຕໍ່ທ່ານເຈົ້າແຂວງໄດ້ຮັບຊາບ.