ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງການປິດທາງສາມແຍກສີໄຄເພື່ອການກໍ່ສ້າງ

Jan 13, 2025

ໂຄງການ ປັບປຸງ ແລະ ສ້ອມແປງ ທາງເລກ 13 ເໜືອ ຂໍຖືເປັນກຽດ ແຈ້ງການມາຍັງ ພໍ່ແມ່ ປະຊາຊົນ ທະຫານຕໍາ ຫຼວດ ພໍ່ຄ້າ ຊາວຂາຍ ນັກທຸລະກິດ ຫຼື ຜູ້ນຳໃຊ້ລົດ ແລະ ນໍາໃຊ້ຖະໜົນທຸກໆທ່ານ ຮັບຊາບວ່າ ນັບຕັ້ງແຕ່ວັນອັງຄານ ວັນທີ 14 ມັງກອນ ເປັນຕົ້ນໄປ ເປັນເວລາ ປະມານ 1 ເດືອນ ທາງໂຄງການ ຈະໄດ້ປິດຖະໜົນທາງເລກທີ 13 ເໜືອ ຢູ່ຈຸດສາມແຍກ ສີໄຄ ກມ. 6 ເພື່ອເຮັດການກໍ່ສ້າງ ວຽກຖົມດິນເຮັດພື້ນທາງ ແລະ ກະກຽມເທໜ້າທາງດ້ວຍເບຕົງເສີມເຫຼັກ ໂດຍສືບຕໍ່ເບື້ອງ ຊ້າຍມື ຈາກ ໜ້າວັດແກ້ວປ່າ ມາຈອດໃສ່ກັບຕົ້ນທາງສາມແຍກສີໄຄ ໃຫ້ສຳເລັດໜ້າທາງທັງໝົດ ໃນທ້າຍເດືອນມັງກອນ ປີ 2025.
ຜູ້ນໍາໃຊ້ຖະໜົນມາແຕ່ ເບື້ອງເມືອງສັງທອງ ທາງເລກ 11 ຫຼື ມາແຕ່ເບື້ອງບ້ານໜອງດາ ໃຫ້ໃຊ້ທາງເວັ້ນເບື້ອງຊ້າຍມື ຢູ່ ທາງແບ່ງບ້ານໂນນຂີ້ເຫຼັກ ເຂົ້າຫາຕາດທອງ ອອກຫາ ບ້ານໂນນແກ້ວ ແລະ ບ້ານທົ່ງປົ່ງ, ສໍາລັບ ຜູ້ນໍາໃຊ້ຖະໜົນ ມາແຕ່ທາງໃນ ເມືອງ ຫຼື ເບື້ອງສະໜາມບິນວັດໄຕ ສາມາດລ້ຽວຂວາອອກໄປທາງຕະຫຼາດສີໄຄໄດ້ເລີຍ ຈະບໍ່ສາມາດລ້ຽວຊ້າຍໄປທາງເກົ້າລ້ຽວ ໄດ້ ໃຫ້ນໍາໃຊ້ເບື້ອງຂວາມືທາງຕະຫຼາດສີໄຄ ເພື່ອສືບຕໍ່ເວັ້ນຢູ່ແຍກທາງທົ່ງປົ່ງ ຫຼື ເສັ້ນທາງອື່ນທົດແທນ, ສໍາລັບຜູ້ນໍາໃຊ້ຖະໜົນ ມາແຕ່ເບື້ອງສີເກີດ ໃຫ້ນໍາໃຊ້ທາງເວັ້ນຂວາ ຢູ່ສາມແຍກທົ່ງປົ່ງ.
ສອບຖາມຂໍ້ມູນລະອຽດເພີ່ມເຕີມ ແມ່ນສາມາດ ຕິດຕໍ່ຫາ ເບີໂທ: 020 97087799 ແລະ 020 23262567. #ແຈ້ງການກ້ອງຄອມເມັ້ນ
May be an image of 6 people and text