ຕາມການລາຍງານຂອງ ສະຫາຍ ນາງ ບຸນຖິ່ນ ແກ່ນພົມມາ ຮອງເຈົ້າເມືອງ ຊີ້ນໍາຂົງເຂດເສດຖະກິດໃນທົ່ວເມືອງ ໄດ້ລາຍງານໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຕະໂອ້ຍ ຄັ້ງທີ XIII ໃນວັນທີ 9 ມັງກອນນີ້ວ່າ: ທິດທາງລວມ ແລະ ຄາດໝາຍການພັດທະນາເສດຖະກິດ-ສັງຄົມ ເມືອງຕະໂອ້ຍປີ (2025-2029) ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 7% ຂຶ້ນໄປຕໍ່,ໃນນີ້ ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 5-6 % ກວມເອົາ 68 % ຂຶ້ນໄປ ຂອງ GDP,ຂະແໜງອຸດສາຫະກຳ ຂະຫຍາຍຕົວ ສະເລ່ຍ 7-8% ກວມເອົາ 13 % ຂຶ້ນໄປຂອງ GDP ຂະແໜງບໍລິການ ຂະຫຍາຍຕົວ ສະເລ່ຍ 9-10 % ກວມເອົາ 19 % ຂື້ນໄປຂອງ GDP, ລວມມູນຄ່າ GDP 2.016 ຕື້ກີບ GDP /ຄົນ 10,14 ລ້ານກີບ ຫລື 483 ໂດລາ ສະຫາລັດໃນປີ 2029. ພ້ອມທັງ ຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ແລະ ຄຸ້ມຄອງລາຍຈ່າຍ, ປະຕິບັດມາດຕະການປະຢັດ, ຕ້ານການຟຸມເຟືອຍຢ່າງຮັດກຸມ. ພ້ອມນີ້, ຈະສູ້ຊົນການຜະລິດເຂົ້າໃຫ້ໄດ້ 29 ພັນກວ່າໂຕນ ຂຶ້ນໄປ, ມັນຕົ້ນ 350 ພັນໂຕນ, ກ້ວຍ 89 ພັນກວ່າໂຕນ, ມັນດ້າງ 56 ພັນໂຕນ, ໝາກໄມ້ 2ພັນໂຕນ, ສາລີອາຫານສັດ 46 ພັນໂຕນ, ພືດສະບຽງອາຫານ 679 ແສນກວ່າໂຕນ ແລະ ປູກພືດເປັນສິນຄ້າ 980 ກວ່າໂຕນ, ລ້ຽງສັດ: ຈໍານວນຝູງສັດໃຫ້ຂະຫຍາຍຕົວ ຄື: ຄວາຍ 2% ປະມານ 13 ພັນກວ່າໂຕ, ງົວ ເພີ່ມຂຶ້ນ 3%ປະມານ 11 ພັນກວ່າໂຕ, ໝຸເພີ່ມຂຶ້ນ5 % ປະມານ 40 ກວ່າໂຕ, ແບ້ ເພີ່ມຂຶ້ນ7 % ປະມານ 13 ພັນກວ່າໂຕ, ສັດປີກ ປະມານ 170-190 ພັນກວ່າໂຕ, ຕອບສະໜອງ ຊິ້ນ-ປາ- ໄຂ່ ສະເລ່ຍ 60-70 ກິໂລ /ຄົນ, ສູ້ຊົນມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ ໄດ້ 14-15 ຕື້ກີບ, ສູ້ຊົນເຮັດໃຫ້ອັດຕາການຊົມໃຊ້ໄຟຟ້າ ຂອງບ້ານ ກວມ 100% ແລະ ຫລັງຄາເຮືອນ ກວມ 95%, ຂະແໜງການບໍລິການ, ສູ້ຊົນເຮັດໃຫ້ມູນຄ່າ ຈາລະຈອນສິນຄ້າ 760 ກວ່າຕື້ກີບ, ສູ້ຊົນເຮັດໃຫ້ມູນຄ່າ (ຂາຍຍົກ-ຂາຍຍ່ອຍ) ບັນລຸໄດ້ 288 ກວ່າຕື້ກີບ,ຈໍານວນນັກທ່ອງທ່ຽວ 4-5 ພັນເທື່ອຄົນ, ສ້າງລາຍຮັບທາງກົງ-ທາງອ້ອມ 2-3 ແສນໂດລາສະຫາລັດ, ບໍລິມາດການຂົນສົ່ງສິນຄ້າ 3-4 ພັນກວ່າໂຕນ ແລະ ບໍລິມາດການຂົນສົ່ງໂດຍສານ 7-8 ພັນ ເທື່ອຄົນ, ສູ້ຊົນລະດົມແຫຼ່ງທຶນເພື່ອການພັດທະນາ ໃນ 5 ປີຕໍ່ໜ້າ ໃຫ້ໄດ້ປະມານ 27-28 % ຂອງ GDP ຫລືປະມານ 540 ກວ່າຕື້ກີບ, ສູ້ຊົນໃຫ້ມູນຄ່າການສົ່ງອອກຢູ່ໃນລະດັບບໍ່ຫຼຸດ 2-3 % ຂອງ GDP ປະມານ 65 ຕື້ກີບຂຶ້ນ, ສູ້ຊົນປະຕິບັດລາຍຮັບງົບປະມານທັງໝົົດ ໃຫ້ໄດ້ໃນລະຫວ່າງ 17-18 ຕື້ກີບຂຶ້ນໄປ, ຄາດຄະເນລາຍຈ່າຍທັງໝົດ 24-25 ກວ່າຕື້ກີບ, ສືບຕໍ່ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ພັັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່, ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ, ສ້າງເງື່ອນໄຂການເຂົ້າເຖິງການສຶກສາ, ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການໃຫ້ມີຄຸນນະພາບ, ຍົກລະດັບການບໍລິການເຮືອນພັກ, ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວໃຫ້ມີຄຸນນະພາບ, ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ, ຕິດພັນກັບການທ່ອງທ່ຽວແບບອະນຸລັກ, ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ເອົາໃຈໃສ່ສົ່ງເສີມ ແລະ ຍູ້ແຮງຂະບວນການຜະລິດເປັນສິນຄ້າ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສ້າງຖານການຜະລິດ ແລະ ການບໍລິການ, ກົນໄກຄຸ້ມຄອງການນໍາເຂົ້າຜົນຜະລິດກະສິກໍາ ແລະ ຫັດຖະກໍາ, ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດໃຫ້ເຂັ້ມແຂງ ແລະ ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ.
ສະຫາຍ ນາງ ບຸນຖິນ ແກ່ນພົມມາ ໃຫ້ຮູ້ຕື່ມວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ ກ່ອນອື່ນໝົດຄະນະພັກ, ອົງການປົກຄອງເມືອງ ກໍຄືຮາກຖານບ້ານ ຕ້ອງໂຄສະນາເຜີຍແຜ່-ສຶກສາອົບຮົມ ໃຫ້ປະຊາຊົນຮັບຮູ້-ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ໃນແນວທາງການປະຕິບັດ ດ້ວຍການຫັນພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ປະຕິບັດວຽກງານ 3 ສ້າງ; ສືບຕໍ່ສ້າງເງື່ອນໄຂ, ສ້າງສິ່ງອໍານວຍຄວາມສະດວກ, ຍາດແຍ່ງການຊ່ວຍເຫຼືອ, ດຶງດູດການລົງທຶນຈາກທຸກພາກສ່ວນໃນທົ່ວສັງຄົມ.
ໂດຍ: ຖວທ ເມືອງ



